ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍ ກູບາ ຫັນເສດຖະກິດ-ສັງຄົມເປັນທັນສະໄໝ

(VOVWORLD) - ວັງ Kremlim ປະກາດວ່າ ວັນທີ 24 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບກັບເລຂາທິການຜູ້ທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ ທ່ານ Raul Castro ແລະ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Diaz-Canel Bermudez.

ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Putin ອວຍພອນທ່ານ Miguel Diaz-Canel Bermudez ທີ່ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາຈາກສະພາແຫ່ງຊາດ ກູບາ ຊຸດທີ 9. ການນຳ ລັດເຊຍ ສະແດງໃຫ້ເຫັນວ່າ ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍຄະນະການນຳ ກູບາ ຫັນພື້ນຖານເສດຖະກິດ - ສັງຄົມເປັນທັນສະໄໝ. ສ່ວນທ່ານປະທານ ກູບາ Miguel Diaz-Canel Bermudez ຄົນໃໝ່ ເນັ້ນໜັກເຖິງ: ນະໂຍບາຍເຮັດໃຫ້ການພົວພັນຮອບດ້ານກັບ ລັດເຊຍເລິກເຊິ່ງກ່ວາ. 2 ຝ່າຍກໍ່ສະແດງໃຫ້ເຫັນຄວາມເພິ່ງພໍໃຈກ່ຽວກັບການປະຕິບັດບັນດາໂຄງການ 2 ຝ່າຍ, ກ່ອນອື່ນໝົດແມ່ນໃນຂົງເຂດພະລັງງານ ແລະ ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ