ລັດເຊຍ ຟື້ນຟູການເຄື່ອນໄຫວທາງການບິນກັບ ອາກເມນີ ແລະ ອາແຊກໄບຢານ

(VOVWORLD) - ເລີ່ມແຕ່ວັນທີ 15 ກຸມພາ, ລັດເຊຍ ໄດ້ຟື້ນຟູບໍລິການທາງການບິນຢ່າງເປັນທາງການກັບ ອາກເມນີ ແລະ ອາແຊກໄບຢານ, ກ່ອນໜ້ານັ້ນ ຖືກໂຈະໄວ້ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19.
ລັດເຊຍ ຟື້ນຟູການເຄື່ອນໄຫວທາງການບິນກັບ ອາກເມນີ ແລະ ອາແຊກໄບຢານ - ảnh 1ລັດເຊຍ ຟື້ນຟູການເຄື່ອນໄຫວທາງການບິນກັບ ອາກເມນີ ແລະ ອາແຊກໄບຢານ. ພາບ: AFP/ TTXVN

ປະຈຸບັນ ບັນດາບໍລິສັດການບິນຂອງ ອາກເມນີ ແລະ ອາແຊກໄບຢານ ສາມາດຈັດຖ້ຽວບິນ 2 ຖ້ຽວຕໍ່ອາທິດຈາກມົດສະກູ ໄປ ບາກູ (ອາແຊກໄບຢານ) ແລະ 4 ຖ້ຽວຕໍ່ອາທິດຈາກ ມົດສະກູ ໄປ ເອເຣວັນ (ອາກເມນີ).

        ກ່ອນໜ້ານັ້ນ, ເພື່ອຮັບມືກັບໂລກລະບາດໂຄວິດ-19, ລັດເຊຍ ໄດ້ຫ້າມທຸກຖ້ຽວບິນການຄ້າ ນັບແຕ່ວັນທີ 27 ມີນາ 2020 ເປັນຕົ້ນມາ, ຍົກເວັ້ນແຕ່ບັນດາຖ້ຽວບິນນຳສົ່ງພົນລະເມືອງ ລັດເຊຍ ຢູ່ຕ່າງປະເທດກັບມາປະເທດ. ລັດຖະບານ ລັດເຊຍ ກໍ່ຖະແຫຼງປິດປະຕູບັນດາຊາຍແດນທາງອາກາດ ແລະ ບໍ່ກຳນົດເວລາຈະເປີດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ