ລັດເຊຍ ມີຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ກໍ່ສ້າງສູນສູ້ຮົບກອງທັບເຮືອຢູ່ ຢູແກຼນ

(VOVWORLD) - ວັນທີ 11 ສິງຫາ, ທ່ານຮອງປະທານກຳມາທິການປ້ອງກັນຊາດ ດູມາ ແຫ່ງຊາດ ລັດເຊຍ (ສະພາຕ່ຳ) Yuri Shvutkin ຖະແຫຼງວ່າ ເລື່ອງ ອາເມລິກາ ກໍ່ສ້າງສູນສູ້ຮົບກອງທັບເຮືອຢູ່ ຢູແກຼນ
ລັດເຊຍ ມີຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ກໍ່ສ້າງສູນສູ້ຮົບກອງທັບເຮືອຢູ່ ຢູແກຼນ - ảnh 1 (ພາບປະກອບ)

ແມ່ນນາບຂູ່ຕໍ່ຊີວິດການເປັນຢູ່ສັນຕິພາບຂອງທົ່ວ ເອີຣົບ. ສ່ວນທ່ານ Frants Klintsevich ປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສະພາສະຫະພັນ ລັດເຊຍ ກໍ່ຖືການກະທຳຂອງ ອາເມລິກາ ແມ່ນ “ບາດກ້າວຂາດເຈດຕະນາດີ ແລະ ໄປຝືນກັບກົດໝາຍ ຢູແກຼນ”. ທ່ານກໍ່ກ່າວເຕືອນວ່າ ການກະທຳດັ່ງກ່າວ ຈະກໍ່ຜົນຮ້າຍຢ້ອນຫລັງໃຫ້ທັງ ອາເມລິກາ ແລະ ຢູແກຼນ.

        ກ່ອນໜ້ານັ້ນ, ວັນທີ 07 ສິງຫາ, ກອງທັບເຮືອ ອາເມລິກາ ປະກາດວ່າ ເລີ່ມຕົ້ນກໍ່ສ້າງສູນສູ້ຮົບຢູ່ຖານທີ່ໝັ້ນກອງທັບເຮືອ Ochakov ຂອງຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ