ລັດເຊຍ ມີຄວາມວິຕົກວັງວົນການປະທະກັນລະຫວ່າງອິດສະຣາແອນ ແລະ ອີຣານ ປິນຂັ້ນໄດຢູ່ຊີຣີ

(VOVWORLD) - ມົດສະກູ ມີຄວາມວິຕົກວັງວົນວ່າ ການເຄື່ອນໄຫວຍິງປືນໃຫຍ່ລະຫວ່າງ ອິດສະຣາແອນ ແລະ ອີຣານ ໃນເຂດດິນແດນຊີຣີ
ລັດເຊຍ ມີຄວາມວິຕົກວັງວົນການປະທະກັນລະຫວ່າງອິດສະຣາແອນ ແລະ ອີຣານ ປິນຂັ້ນໄດຢູ່ຊີຣີ - ảnh 1ພາບປະກອບ

ວັນທີ 30 ມິຖຸນາ, ທ່ານ Mikhail Bogdanov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ມົດສະກູ ມີຄວາມວິຕົກວັງວົນວ່າ ການເຄື່ອນໄຫວຍິງປືນໃຫຍ່ລະຫວ່າງ ອິດສະຣາແອນ ແລະ ອີຣານ ໃນເຂດດິນແດນຊີຣີ, ກໍ່ຄືການບຸກໂຈມຕີທາງອາກາດຂອງອິດສະຣາແອນ ຢູ່ປະເທດນີ້ມີໄພພາໄປເຖິງການປະທະກັນດ້ວຍຂອບຂະໜາດໃຫຍ່ຢູ່ພາກພື້ນ. ເມື່ອຕອບສຳພາດຕໍ່ໂທລະພາບ Kan 11 ຂອງ ອິດສະຣາແອນ, ທ່ານ Bogdanov ເນັ້ນໜັກວ່າ: ບັນດາການບຸກໂຈມຕີເປັນເຈົ້າການຂອງກອງທັບອາກາດອິດສະຣາແອນ ເລັ່ງໃສ່ບາງຣາກຖານຢູ່ ຊີຣີ, ອາດຈະບໍ່ສາມາດຄວບຄຸມໄດ້ ແລະ ເຮັດໃຫ້ສະພາບການໃນພາກພື້ນຮ້າຍແຮງກ່ວາອີກ. ວັນທີ 10 ພຶດສະພາ, ກອງທັບອາກາດ ອິດສະຣາແອນ ໄດ້ບຸກໂຈມຕີໃສ່ບັນດາເປົ້າໝາຍຂອງອີຣານ ຢູ່ຊີຣີ ພາຍຫຼັງທີ່ບັນດາກຳລັງຂອງ ອີຣານ ຖືກກ່າວຫາວ່າ ຍິງລູກຈະຫລວດ 20 ລູກເລັ່ງໃສ່ບັນດາຖານທີ່ໝັ້ນຂອງ ກຳລັງປ້ອງກັນຕົວ ອິດສະຣາແອນ ຢູ່ເຂດໂດຍ ອິດສະຣາແອນ ຄວບຄຸມໃນເຂດພູພຽງ Golan.

ຕອບກັບ

ຂ່າວ/ບົດ​ອື່ນ