ລັດ​ເຊຍ ຢັ້ງ​ຢືນ ຄວາມຊົມ​ເຊີຍ​ ຕໍ່ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​​ການສິ້ນ​ສຸດ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ

(VOVWORLD) - ທ່ານ Dmitry Peskov ໂຄສົກວັງ Kremlin ຊີ້ແຈ້ງວ່າ: ລັດເຊຍພ້ອມແລ້ວທີ່ຈະຊົມເຊີຍຕໍ່ບໍ່ວ່າສິ່ງໃດທີ່ ສາມາດຢຸດຕິການປະທະກັນຢູ່ ຢູແກຼນ ແລະ ບັນລຸໄດ້ບັນດາເປົ້າໝາຍເຊິ່ງ ມົດສະກູ ວາງອອກ”. 
ລັດ​ເຊຍ ຢັ້ງ​ຢືນ ຄວາມຊົມ​ເຊີຍ​ ຕໍ່ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​​ການສິ້ນ​ສຸດ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ - ảnh 1ພາບປະກອບ: AFP/TTXVN

ວັນທີ 27 ເມສາ, ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອຖືກຖາມກ່ຽວກັບການໂອ້ລົມທາງໂທລະສັບຫວ່າງມໍ່ໆມານີ້ ລະຫວ່າງ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ທ່ານ Dmitry Peskov ໂຄສົກວັງ Kremlin ຊີ້ແຈ້ງວ່າ: ລັດເຊຍພ້ອມແລ້ວທີ່ຈະຊົມເຊີຍຕໍ່ບໍ່ວ່າສິ່ງໃດທີ່ ສາມາດຢຸດຕິການປະທະກັນຢູ່ ຢູແກຼນ ແລະ ບັນລຸໄດ້ບັນດາເປົ້າໝາຍເຊິ່ງ ມົດສະກູ ວາງອອກ”. ທ່ານກໍ່ໃຫ້ຮູ້ວ່າ ປັດຈຸບັນບໍ່ມີແຜນການໃດ ໃຫ້ແກ່ການພົບປະໃໝ່ລະຫວ່າງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ສີຈິ້ນຜິງ ໃນອະນາຄົດໃກ້ໆນີ້.

        ໃນຂະນະນັ້ນ, ເມື່ອເຕື້ອງເຖິງຜົນກະທົບຂອງເລື່ອງບັນດາປະເທດ ເອີລົບເນລະເທດ ບັນດານັກການທູດ ລັດເຊຍ, ທ່ານ Peskov ໄດ້ເນັ້ນໜັກວ່າ ບັນດາການກະທຳນີ້ ໄດ້ເຮັດໃຫ້ການພົວພັນລະຫວ່າງ ລັດເຊຍ ແລະ ບັນດາປະເທດດັ່ງກ່າວຕົກເຂົ້າສູ່ລະດັບຕ່ຳທີ່ສຸດ, ກໍ່ຄືພາໄປເຖິງບັນດາມາດຕະການໂຕ້ຕອບທີ່ເໝາະສົມຈາກຝ່າຍ ລັດເຊຍ. ສິ່ງນີ້ກໍ່ເຮັດໃຫ້ພື້ນທີ່ການເຈລະຈາຮັດແຄບລົງ.

        ກ່ຽວຂ້ອງເຖິງການໂອ້ລົມທາງໂທລະສັບລະຫວ່າງການນຳຈີນ ແລະ ຢູແກຼນ, ວັນທີ 27 ເມສາ, ທ່ານ Eric Mamer ໂຄສົກຄະນະກຳມະການເອີລົບ (EC) ຖືວ່າການໂອ້ລົມທາງໂທລະສັບແມ່ນບາດກ້າວສຳຄັນທຳອິດຂອງຈີນ ໃນການປະຕິບັດຄວາມຮັບຜິດຊອບຂອງປະເທດເປັນກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ