ລັດເຊຍ ຢັ້ງຢືນກຸ່ມກໍ່ການຮ້າຍສາກົນເຂົ້າຮ່ວມການບຸກໂຈມຕີໂຮງລະຄອນ Crocus ຢູ່ ມົດສະກູ

(VOVWORLD) - ໝາກຜົນການສືບສວນຊີ້ໃຫ້ເຫັນວ່າ, ບັນດາເປົ້າໝາຍທີ່ໄດ້ຈັດຕັ້ງ ແລະ ດຳເນີນການບຸກໂຈມຕີແມ່ນຂຶ້ນກັບເຄືອຂ່າຍກໍ່ການຮ້າຍສາກົນ.
ລັດເຊຍ ຢັ້ງຢືນກຸ່ມກໍ່ການຮ້າຍສາກົນເຂົ້າຮ່ວມການບຸກໂຈມຕີໂຮງລະຄອນ Crocus ຢູ່ ມົດສະກູ - ảnh 1ການບຸກໂຈມຕີທີ່ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກບາດເຈັບຢູ່ໂຮງລະຄອນ Crocus City Hall
(ພາບ: AFP/TTXVN)

        ວັນທີ 16 ກໍລະກົດ, ທ່ານ Yury Chikhanchin, ຫົວໜ້າກົມຕິດຕາມກວດກາການເງິນສະຫະພັນຕ້ານລັດທິຫົວຮຸນແຮງ (Rosfinmonitoring) ໃຫ້ຮູ້ວ່າ, ການບຸກໂຈມຕີທີ່ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກບາດເຈັບຢູ່ໂຮງລະຄອນ Crocus City Hall, ຊານນະຄອນຫຼວງ ມົດສະກູ ເມື່ອເດືອນ ມີນາ ຜ່ານມາ, ໂດຍກຸ່ມເປົ້າໝາຍແມ່ນພົນລະເມືອງຂອງຫຼາຍປະເທດແຕກຕ່າງກັນ, ສ່ວນຫຼາຍແມ່ນຢູ່ ອາຊີກາງ, ເອີລົບ ປະຕິບັດ. ໃນຈຳນວນນີ້ມີທັງຊາວ ລັດເຊຍ.

ໝາກຜົນການສືບສວນຊີ້ໃຫ້ເຫັນວ່າ, ບັນດາເປົ້າໝາຍທີ່ໄດ້ຈັດຕັ້ງ ແລະ ດຳເນີນການບຸກໂຈມຕີແມ່ນຂຶ້ນກັບເຄືອຂ່າຍກໍ່ການຮ້າຍສາກົນ. ປະຈຸບັນ, ຂໍ້ມູນຂ່າວລະອຽດຍັງບໍ່ທັນໄດ້ປະກາດເທື່ອ.

ລັດເຊຍ ໄດ້ຈັບຕົວຫຼາຍເປົ້າໝາຍທີ່ຖືກສົງໄສ, ໃນນັ້ນມີຜູ້ຖືກສົງໄສ 4 ຄົນເຊິ່ງແມ່ນຊາວ ຕາກີກິດສະຖານ ທີ່ປະຕິບັດການບຸກໂຈມຕີໂດຍກົງ ໄດ້ຖືກກ່າວຫາວ່າແມ່ນທຳການກໍ່ການຮ້າຍ. ອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງໄດ້ຍອມຮັບວ່າຢືນຢູ່ເບື້ອງຫຼັງການບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ