ລັດເຊຍ ຢັ້ງຢືນຄືນໃໝ່ຫຼັກໝັ້ນກ່ຽວກັບຂໍ້ຕົກລົງທັນຍາພືດທະເລດຳ

(VOVWORLD) -   ແລະກໍ່ໃນວັນທີ 2 ສິງຫາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງຕວກກີ Recep Tayyip Erdogan.
ລັດເຊຍ ຢັ້ງຢືນຄືນໃໝ່ຫຼັກໝັ້ນກ່ຽວກັບຂໍ້ຕົກລົງທັນຍາພືດທະເລດຳ - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 2 ສິງຫາ, ວັງ Kremlin  ຢັ້ງຢືນຄືນໃໝ່ຫຼັກໝັ້ນກ່ຽວກັບຂໍ້ຕົກລົງທັນຍາພືດທະເລດຳ, ຕາມນັ້ນແລ້ວ, ລັດເຊຍ ໄດ້ກຽມພ້ອມກັບຄືນສູ່ຂໍ້ຕົກລົງໃນທັນທີເມືຶ່ອຂໍ້ສະເໜີທີ່ກ່ຽວຂ້ອງເຖິງ ມົດສະກູ ໄດ້ຮັບການປະຕິບັດ. ຖະແຫຼງການດັ່ງກ່າວໂດຍທ່ານ Dmitry Peskov, ໂຄສົກຂອງ ວັງ Kremlin ຍົກອອກມາ, ພາຍຫຼັງທີ່ທ່ານນາງ Linda Thomas – Greenfield, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ຖືວ່າ ໄດ້ມີບັນດາສັນຍານສະແດງໃຫ້ເຫັນວ່າ ລັດເຊຍ ອາດຈະສົນໃຈເຖິງການກັບຄືນສູ່ຂໍ້ຕົກລົງອະນຸຍາດໃຫ້ ຢູແກຼນ ສົ່ງອອກທັນຍາພືດຜ່ານທາງທະເລ. ທ່ານ Peskov ກໍ່ເນັ້ນໜັກວ່າ ທ່ານ Putin ໄດ້ປະກາດຫຼາຍເທື່ອວ່າ, ລັດເຊຍ ກຽມພ້ອມກັບຄືນສູ່ຂໍ້ຕົກລົງໃນທັນທີ, ໃນກໍລະນີຂໍ້ສະເໜີທີ່ກ່ຽວຂ້ອງເຖິງລັດເຊຍ ໄດ້ຮັບການປະຕິບັດ. ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ສິ່ງດັ່ງກ່າວຍັງບໍ່ທັນໄດ້ຮັບການປະຕິບັດເທື່ອ.

        ແລະກໍ່ໃນວັນທີ 2 ສິງຫາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງຕວກກີ Recep Tayyip Erdogan. ໃນການໂອ້ລົມທາງໂທລະສັບນັ້ນ, ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ເນັ້ນໜັກວ່າ: ຕວກກີ ຈະສືບຕໍ່ມານະພະຍາຍາມເພື່ອປ່ຽນແປງຂໍ້ລິເລີ່ມ ທັນຍາພືດທະເລດຳ ຍ້ອນເລື່ອງຢຸດຕິຂໍ້ລິເລີ່ມນີ້ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດໆ. ພິເສດ, ບັນດາປະເທດມີລາຍຮັບຕ່ຳທີ່ຕ້ອງການທັນຍາພືດ ຈະແມ່ນເປົ້າໝາຍຖືກຜົນເສຍຫາຍຫຼາຍສຸດ. ສ່ວນທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: ລັດເຊຍ ກຽມພ້ອມ ກັບຄືນສູ່ຂໍ້ຕົກລົງທັນຍາພືດ ໃນທັນທີທີ່ ຝ່າຍຕາເວັນຕົກ ປະຕິບັດທຸກພັນທະຊຶ່ງໄດ້ລົງນາມກັບ ລັດເຊຍ ໃນຂໍ້ຕົກລົງສະບັບນີ້ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ