ລັດ​ເຊຍ​ ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 1 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ປະກາດວ່າ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ພ້ອມແລ້ວທີ່ຈະຮັກສາການເຈລະຈາ ແລະ ແກ້ໄຂຄວາມບໍ່ລົງລອຍກັນກັບບັນດາການນຳຕ່າງປະເທດ, ໃນນັ້ນມີ ອາເມລິກາ.
ລັດ​ເຊຍ​ ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ - ảnh 1, ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: TTXVN)

ທີ່ການຖະແຫຼງຂ່າວ, ທ່ານ Peskov ຊີ້ແຈ້ງວ່າ: “ທ່ານ ປະທານາທິບໍດີ Putin ໄດ້ປະກາດເປັນຫຼາຍເທື່ອວ່າ ພ້ອມແລ້ວທີ່ຈະ ຟື້ນຟູ ແລະ ພັດທະນາການພົວພັນຢ່າງຕັ້ງໜ້າກັບ ອາເມລິກາ ໃນລະດັບທີ່ຝ່າຍ ອາເມລິກາ ມີຄວາມພ້ອມ, ພ້ອມທັງ ພ້ອມແລ້ວທີ່ຈະແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງທີ່ສຸດ ຜ່ານການເຈລະຈາ”.

ກ່ອນໜ້ານັ້ນ, ລັດເຊຍ ແລະ ອາເມລິກາ ໄດ້ຕໍ່ກຳນົດເວລາ ສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START). ພາຍຫຼັງຮັບດຳລົງຕຳແໜ່ງ ປະທານາທິບໍດີ ອາເມລິກາ, ທ່ານ Joe Biden ໄດ້ດຳເນີນການ ເຈລະຈາ ກັບ ຄູ່ຮ່ວມຕຳແໜ່ງຝ່າຍ ລັດເຊຍ ໃນວັນທີ 26 ມັງກອນ ທີ່ຜ່ານມາ ແລະ ສອງຝ່າຍ ໄດ້ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການແກ່ຍາວ New START ຕື່ມອີກ 5 ປີ, ຈົດຮອດ ວັນທີ 5 ກຸມພາ 2026.

ຕອບກັບ

ຂ່າວ/ບົດ​ອື່ນ