ລັດເຊຍ ຢັ້ງຢືນວ່າ ອາດຈະສວມບົດບາດສຳຄັນຢູ່ຕາເວັນອອກກາງ

(VOVWORLD) -    ວັນທີ 13 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນວ່າ: ມົດສະກູ ອາດຈະສວມບົດບາດຫຼັກແຫຼ່ງຢູ່ພາກພື້ນຕາເວັນອອກກາງ ຍ້ອນມີການພົວພັນອັນດີງາມກັບ ອີຣານ  ແລະ ທັງໂລກ ອາຣັບ.
ລັດເຊຍ ຢັ້ງຢືນວ່າ ອາດຈະສວມບົດບາດສຳຄັນຢູ່ຕາເວັນອອກກາງ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:  AFP/TTXVN)

        ເມື່ອຕອບສຳພາດຊ່ອງໂທລະພາບ Al Arabiya ຂອງ ອາຣັບບິ ຊະອຸດິ ກ່ອນການເດີນທາງຢ້ຽມຢາມປະເທດລາຊະອານາຈັກອິດສະລາມນີ້ຄັ້ງທຳອິດ ໃນກ່ວາທົດສະວັດທີ່ຜ່ານມາ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ: ທັງ ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ (UAE) ລ້ວນແຕ່ບໍ່ຢາກສູ້ຢັນກັບ ອີຣານ. ການນຳ ລັດເຊຍ ຢືນຢັນວ່າ: ທ່ານກໍ່ມີການພົວພັນໃນນາມສ່ວນຕົວທີ່ສະໜິດສະໜົມກັບອົງມົງກຸດລາຊະກຸມມານ ອາຣັບບິ ຊະອຸດິ Mohammed bin Salman.

        ກ່ຽວຂ້ອງເຖິງບັນຫາ ອີຣານ, ທ່ານປະທານາທິບໍດີ Putin ຖືວ່າ: ໂຄງການລູກສອນໄຟຂອງປະເທດສາທາລະນະລັດອິດສະລາມ ຄວນໄດ້ຮັບການແກ້ໄຂໂດຍຕ່າງຫາກກັບໂຄງການນິວເຄຼຍຂອງ ເຕເຮຣານ.

        ໃນຂົງເຂດນ້ຳມັນ, ທ່ານ Putin ຖືວ່າ: ປະລິມານນ້ຳມັນທົ່ວໂລກຄວນໄດ້ຮັບການຫລຸດຜ່ອນລົງໃນລະດັບທີ່ເໝາະສົມ. ທ່ານຢືນຢັນວ່າ ຈະຮ່ວມມືກັບ ອາຣັບບິ ຊະອຸດິ ແລະ ບັນດາຄູ່ຮ່ວມມືອື່ນໆ ເພື່ອສະກັດກັ້ນກົນອຸບາຍກໍ່ຄວາມຂາດສະຖຽນລະພາບໃນຕະຫລາດນ້ຳມັນ.

        ກ່ຽວກັບສະພາບການ ຊີຣີ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ ບໍ່ວ່າລັດຖະທຳມະນູນໃໝ່ສະບັບໃດໆຢູ່ປະເທດຕາເວັນອອກກາງນີ້ ກໍ່ຕ້ອງຮັບປະກັນສິດຜົນປະໂຫຍດໃຫ້ແກ່ບັນດາກຸ່ມສາສະໜາ ແລະ ເຜົ່າພັນທັງໝົດ. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ ລັດເຊຍ ກໍ່ເຊື່ອໝັ້ນວ່າ ອາຣັບບິ ຊະອຸດິ ສວມບົດບາດໃນການຊຸກຍູ້ຄວາມກ້າວໜ້າມຸ່ງໄປເຖິງຂໍ້ຕົກລົງການເມືອງຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ