ລັດເຊຍ, ຢູແກຼນ ແຈ້ງໃຫ້ຊາບກ່ຽວກັບວິວັດການເຈລະຈາ

(VOVWORLD) -ລັດເຊຍ ຢາກສືບຕໍ່ດຳເນີນການເຈລະຈາກັບ ຢູແກຼນ ຢູ່ປະເທດບ້ານໃກ້ເຮືອນຄຽງ ເບລາຣຸດ, ແຕ່ Kiev ໄດ້ປະຕິເສດຂໍ້ສະເໜີດັ່ງກ່າວ.
ລັດເຊຍ, ຢູແກຼນ ແຈ້ງໃຫ້ຊາບກ່ຽວກັບວິວັດການເຈລະຈາ - ảnh 1ໂຄສົກວັງ Kremlin ທ່ານ Dmitry Peskov
(ພາບ: AFP/TTXVN)

ວັນທີ 03 ເມສາ, ສຳນັກຂ່າວສານ RIA ຂອງລັດຖະໄດ້ຄັດຄຳເວົ້າຂອງໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ, ການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ ໄດ້ດຳເນີນໄປບໍ່ເປັນສິ່ງທີ່ງ່າຍດາຍ, ແຕ່ສິ່ງສຳຄັນແມ່ນວິວັດການນີ້ຍັງຖືກດຳເນີນໄປ.

ນອກນັ້ນ, ທ່ານ Dmitry Peskov ໃຫ້ຮູ້ວ່າ, ລັດເຊຍ ຢາກສືບຕໍ່ດຳເນີນການເຈລະຈາກັບ ຢູແກຼນ ຢູ່ປະເທດບ້ານໃກ້ເຮືອນຄຽງ ເບລາຣຸດ, ແຕ່ Kiev ໄດ້ປະຕິເສດຂໍ້ສະເໜີດັ່ງກ່າວ.

ໃນຂະນະນັ້ນ, ຜູ້ຕາງໜ້າຄະນະເຈລະຈາ ຢູແກຼນ ທ່ານ David Arakhamia ໃຫ້ຮູ້ວ່າ, ການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ອາດຈະຖືກດຳເນີນໄປຢູ່ ຕວກກີ. ເຖິງຢ່າງໃດກໍ່ຕາມ, ກ່າວຄຳເຫັນທາງໂທລະພາບ, ທ່ານ David Arakhamia ບໍ່ເຕື້ອງເຖິງຈຸດເວລາ ຫຼື ສະຖານທີ່ຈັດການພົບປະເທື່ອ. ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ໂອ້ລົມທາງໂທລະສັບກັບການນຳລັດເຊຍ ແລະ ຢູແກຼນ ແລະ “ເບິ່ງຄືວ່າເພື່ອເປັນການຢັ້ງຢືນຈາກ 2 ຝ່າຍກ່ຽວກັບເລື່ອງເຂົາເຈົ້າພ້ອມແລ້ວຈະພົບປະກັນໃນອະນາຄົດອັນໃກ້ນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ