ລັດເຊຍ: ຢູແກຼນ ໂຈະການປະຕິບັດຂໍ້ຕົກລົງຮ່ວມສຳພັນກັບ EU ຈະສ້າງຄວາມສະດວກໃຫ້ວິວັດການແກ້ໄຂການປະທະກັນ

ລັດເຊຍ: ຢູແກຼນ ໂຈະການປະຕິບັດຂໍ້ຕົກລົງຮ່ວມສຳພັນກັບ EU ຈະສ້າງຄວາມສະດວກໃຫ້ວິວັດການແກ້ໄຂການປະທະກັນ - ảnh 1
(ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov)

(vovworld) – ​ເລື່ອງຢູ​ແກຼນ ​ໂຈະ​ການ​ປະຕິບັດ​ຂໍ້​ຕົກລົງ​​ຮ່ວມ​ສຳພັນ​ກັບ​ສະຫະພາບ​ເອີ​ລົບ (EU) ຈະ​ສ້າງ​ບັນຍາກາດ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ທີ່​ແກ່ຍາວ​ຕະຫຼອດ​ 5 ​ເດືອນ​ຜ່ານ​ມາ ທີ່​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ​ນີ້. ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 26/09, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ. ທ່ານ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ລັດ​ເຊຍ ຢືນຢັນ​ວ່າ ດ້ວຍ​ການ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ຢູ​ແກຼນ ຕາ​ເວັນ​ອອກ ພ້ອມ​ກັບ​ຂໍ້​ຕົກລົງ​ຂອງ​ທ່ານ​ປະທານາທິບໍດີ​ຢູ​ແກຼນ Petro Poroshenko ​ທີ່ໂຈະ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ສຳພັນກັບ EU ນັ້ນ, ລັດ​ເຊຍ ຫວັງ​ວ່າ​ວິວັດ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ອອກ ຈະ​ມີ​ຄວາມປະ​ເອີ​ບ​ໃຈ.  ທ່ານ​ກໍ່​ເນັ້ນ​ໜັກ​​ເລື່ອງ​ອຳນາດ​ການ​ປົກຄອງ​ສູນ​ກາງ​ຢູ​ແກຼນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ມອບ​ສິດຄຸ້ມ​ຄອງ​ດ້ວຍ​ຕົນ​ເອງຕື່ມ​ອີກ ​ໃຫ້​ບັນດາ​ແຂວງ​ທາງທິດຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ເຂດ​ເວົ້າ​ພາສາ​ລັດ​ເຊຍ ກໍ່​ແມ່ນ​ສັນຍານ​ທີ່​ຕັ້ງ​ໜ້າເພີ່ມ​ຄວາມ​ຫວັງ​ຕື່ມ​ອີກໃຫ້​ວິວັດ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ປ​ະ​ເທດ​ນີ້. ​​ເມື່ອເຕື້ອງ​ເຖິງ​ສະພາບ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ, ທ່ານ Sergei Lavrov ຖື​ວ່າ ວິ​ກິດ​ການ​ຢູ່​ປະ​ເທດ​ບ້ານ​ໄກ້​ເຮືອນ​ຄຽງ​ແມ່ນຜົນຮ້າຍ​ຢ້ອນ​ຫຼັງ, ຫາກ​ບໍ່​ແມ່ນ​ເຫດ​ຜົນ​ພາ​ໄປ​ເຖິງ​ວິ​ກິດ​ການຄວາມສະຫງົບ​ຢູ່​ເອີ​ລົບ ​ແລະ ສ່ອງ​ແສງ​ຄວາມ​ຂັດ​ແຍ້ງ​ກັນຢູ່​ເອີ​ລົບ - ມະຫາ​ສະມຸດ​ປາຊີ​ຝິກ.

ຂ່າວ/ບົດ​ອື່ນ