ລັດ​ເຊຍ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສະ​ໜອງ​ນ​້ຳ​ມັນ​ອາຍ​ແກັດ​ໃຫ້​ແກ່ ອີ​ຣານ

(VOVWORLD) -  ສັນຍາຮ່ວມມືຮອບດ້ານລະຫວ່າງ ລັດເຊຍ - ອີຣານ ພວມຢູ່ໃນໄລຍະສຸດທ້າຍ ແລະ ຍັງມີພຽງແຕ່ບັນຫາດ້ານເຕັກນິກທີ່ຕ້ອງໄດ້ແກ້ໄຂເທົ່ານັ້ນ. ການລົງນາມໃນຂໍ້ຕົກລົງສະບັບນີ້ ຈະດຳເນີນພາຍໃຕ້ການປົກຄອງຂອງລັດຖະບານຊຸດທີ 14 ຂອງ ອີຣານ, ພາຍຫຼັງປະເທດນີ້ປະຕິບັດສຳເລັດການເລືອກຕັ້ງປະທານາທິບໍດີ ເຊິ່ງຄາດວ່າຈະດຳເນີນໃນວັນທີ 28 ມິຖຸນາ.
ລັດ​ເຊຍ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສະ​ໜອງ​ນ​້ຳ​ມັນ​ອາຍ​ແກັດ​ໃຫ້​ແກ່ ອີ​ຣານ - ảnh 1ບໍ່ອາຍແກັດ Bovanenkovo  ຂອງ ລັດເຊຍ (ພາບ: AFP/TTXVN)

ກຸ່ມບໍລິສັດນ້ຳມັນອາຍແກັດ Gazprom ຂອງ ລັດເຊຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ຍຸດທະສາດ ກັບບໍລິສັດນ້ຳມັນອາຍແກັດແຫ່ງຊາດອີຣານ (NIGC) ກ່ຽວກັບການສະໜອງນ້ຳມັນອາຍແກັດທຳມະຊາດຜ່ານທໍ່ສົ່ງໃຫ້ ອີຣານ. ແຈ້ງການສະບັບອອກໃນວັນທີ 26 ມິຖຸນາ ຂອງ Gazprom ຊີ້ແຈ້ງວ່າ ສອງຝ່າຍລົງນາມໃນຂໍ້ຕົກລົງ MoU ເພື່ອພ້ອມກັນຈັດບັນດາການເຄື່ອນໄຫວສະໜອງນ້ຳມັນອາຍແກັດທຳມະຊາດຈາກ ລັດເຊຍ ໄປຍັງ ອີຣານ, ດ້ວຍຄວາມປາດຖະໜາຢາກພັດທະນາການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດອັນຍາວນານໃນອະນາຄົດ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 26 ມິຖຸນາ, ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ISNA (ອີຣານ), ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອີຣານ Alexey Dedov ໃຫ້ຮູ້ວ່າ ສັນຍາຮ່ວມມືຮອບດ້ານລະຫວ່າງ ລັດເຊຍ - ອີຣານ ພວມຢູ່ໃນໄລຍະສຸດທ້າຍ ແລະ ຍັງມີພຽງແຕ່ບັນຫາດ້ານເຕັກນິກທີ່ຕ້ອງໄດ້ແກ້ໄຂເທົ່ານັ້ນ. ການລົງນາມໃນຂໍ້ຕົກລົງສະບັບນີ້ ຈະດຳເນີນພາຍໃຕ້ການປົກຄອງຂອງລັດຖະບານຊຸດທີ 14 ຂອງ ອີຣານ, ພາຍຫຼັງປະເທດນີ້ປະຕິບັດສຳເລັດການເລືອກຕັ້ງປະທານາທິບໍດີ ເຊິ່ງຄາດວ່າຈະດຳເນີນໃນວັນທີ 28 ມິຖຸນາ.


ຕອບກັບ

ຂ່າວ/ບົດ​ອື່ນ