ລັດ​ເຊຍ ລົບ​ລ້າງ​ມາດ​ຕະ​ການ​ເສດ​ຖະ​ກິດ​ພິ​ເສດ​ທີ່​ຈັດ​ວາງ​ຕໍ່​ທະ​ນາ​ຄານ​ຈຳ​ນວນ​ໜຶ່ງ

(VOVWORLD) -ໃນບັນຊີເປົ້າໝາຍທີ່ໄດ້ຍົກເລີກມາດຕະການທາງດ້ານເສດຖະກິດພິເສດລວມມີ ທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB), ທະນາຄານຮ່ວມມືເສດຖະກິດສາກົນ, ທະນາຄານລົງທຶນສາກົນ, ກອງທຶນພັດທະນາ ລັດເຊຍ - ກິກິດສະຖານ ແລະ ທະນາຄານພັດທະນາໃໝ່ (NDB) ຂອງກຸ່ມ BRICS. 
ລັດ​ເຊຍ ລົບ​ລ້າງ​ມາດ​ຕະ​ການ​ເສດ​ຖະ​ກິດ​ພິ​ເສດ​ທີ່​ຈັດ​ວາງ​ຕໍ່​ທະ​ນາ​ຄານ​ຈຳ​ນວນ​ໜຶ່ງ - ảnh 1ສຳນັກງານ ທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (ພາບ: Devpolicy)

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນລັດຖະບັນຍັດວ່າດ້ວຍການ ລົບລ້າງບັນດາມາດຕະການເສດຖະກິດພິເສດ ເຊິິ່ງໄດ້ຈັດວາງເມື່ອເດືອນ ມີນາ ຜ່ານມາ ເພື່ອໂຕ້ຕອບຄືນບັນດາຄຳສັ່ງລົງໂທດ ສຳລັບບາງກອງທຶນລົງທຶນຕ່າງປະເທດ ແລະ ທະນາຄານພັດທະນາ. ເອກະສານສະບັບດັ່ງກ່າວ ໄດ້ປະກາດຢ່າງເປັນທາງການໃນວັນທີ 15 ຕຸລາ.

         ໃນບັນຊີເປົ້າໝາຍທີ່ໄດ້ຍົກເລີກມາດຕະການທາງດ້ານເສດຖະກິດພິເສດລວມມີ ທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB), ທະນາຄານຮ່ວມມືເສດຖະກິດສາກົນ, ທະນາຄານລົງທຶນສາກົນ, ກອງທຶນພັດທະນາ ລັດເຊຍ - ກິກິດສະຖານ ແລະ ທະນາຄານພັດທະນາໃໝ່ (NDB) ຂອງກຸ່ມ BRICS. ລະອຽດ, ບັນດາອົງການການເງິນນີ້ ຈະບໍ່ຕ້ອງປະຕິບັດຕາມລະບຽບການທຸລະກຳທີ່ໄດ້ກຳນົດໄວ້ໃນລັດຖະດຳລັດສະບັບອອກວັນທີ 1 ມີນາ ຂອງທ່ານປະທານາທິບໍດີ ກ່ຽວກັບມາດຕະການພິເສດທາງດ້ານເສດຖະກິດ.

 

ຕອບກັບ

ຂ່າວ/ບົດ​ອື່ນ