ລັດເຊຍ ລະນຶກເຖິງ 95 ປີ ແຫ່ງວັນເຖິງແກ່ມໍລະນະກໍາຂອງຜູ້ນໍາ V. Lenin

(VOVWORLD) -ທ່ານ Gennady Ziuganov ໄດ້ເນັ້ນໜັກເຖິງບົດບາດອັນຍິ່ງໃຫຍ່ຂອງຜູ້ນໍາ V. Lenin ໃນຂະບວນການຕໍ່ສູ້ ແລະ ປົດປ່ອຍຊົນຊັ້ນກໍາມາຊີບ, ສ້າງສາປະເທດແຫ່ງມະນຸດສະທໍາ ໃຫ້ແກ່ໝົດທຸກຄົນ. 
ລັດເຊຍ ລະນຶກເຖິງ 95 ປີ ແຫ່ງວັນເຖິງແກ່ມໍລະນະກໍາຂອງຜູ້ນໍາ  V. Lenin - ảnh 1ຄະນະຜູ້ແທນເຂົ້າໄວ້ອາໄລ  ຢູ່ສຸສານຜູ້ນໍາຂອງຊົນຊັ້ນກໍາມາຊີບ Vladimir Ilyich Lenin (ພາບ: Tam Hang/TTXVN)

ວັນທີ 21 ມັງກອນ, ຢູ່່ນະຄອນຫຼວງ ມົດສະກູ ປະເທດ ລັດເຊຍ, ໂດຍທ່ານ Gennady Ziuganov ປະທານຄະນະກໍາມະການສູນກາງພັກກອມມູນິດ ສະຫະພັນລັດເຊຍ ນໍາໜ້າຄະນະຜູ້ແທນ ເຂົ້າໄວ້ອາໄລ ແລະ ວາງພວງມາລາ ຢູ່ສຸສານຜູ້ນໍາຂອງຊົນຊັ້ນກໍາມາຊີບ Vladimir Ilyich Lenin  ເນື່ອງໃນໂອກາດ ລະນຶກເຖິງ 95 ປີ ແຫ່ງວັນເຖິງແກ່ມໍລະນະກໍາຂອງທ່ານ Lenin (ວັນທີ 21 ມັງກອນ 1942 – 21 ມັງກອນ 2019). ກ່າວຄໍາເຫັນຕໍ່ວົງການນັກຂ່າວຢູ່່ຈັດຕຸລັດແດງ, ທ່ານ Gennady Ziuganov ໄດ້ເນັ້ນໜັກເຖິງບົດບາດອັນຍິ່ງໃຫຍ່ຂອງຜູ້ນໍາ V. Lenin ໃນຂະບວນການຕໍ່ສູ້ ແລະ ປົດປ່ອຍຊົນຊັ້ນກໍາມາຊີບ, ສ້າງສາປະເທດແຫ່ງມະນຸດສະທໍາ ໃຫ້ແກ່ໝົດທຸກຄົນ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານຍັງໄດ້ວາງອອກເສັ້ນທາງການພັດທະນາສັງຄົມລັດເຊຍ, ບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມ ທີ່ມີຄວາມໝາຍອັນໃຫຍ່ຫຼວງ ສໍາລັບຍຸກສະໄໝ ແລະ ແມ່ນບັນດາບົດຮຽນອັນລໍ້າຄ່່າໃຫ້ແກ່ແຕ່ລະໄລຍະພັດທະນາໃຫ້ຄົນລຸ້ນຫຼັງ...        ທ່ານຢັ້ງຢືນວ່າ ພັກກອມມູນິດ ສະຫະພັນລັດເຊຍ ໄດ້, ກໍາລັງ ແລະ ຍາມໃດກໍເຊີດຊູ ແລະ ໂຄສະນາເຜີຍແຜ່ບັນດາແນວຄວາມຄິດທີ່ວັດທະນະທໍາມະນຸດຂອງ V. Lenin ໄປສູ່ທຸກຄົນໃນທົ່ວໂລກ.

        ແລະກໍໃນວັນດຽວກັນ, ຢູ່ນະຄອນ ແຫ່ງຕ່າງໆ ຂອງ ລັດເຊຍ ກໍໄດ້ດໍາເນີນບັນດາການເຄື່ອນໄຫວເພື່ອລະນຶກເຖິງຜູ້ນໍາທີ່ຍິ່ງໃຫຍ່ຂອງຊົນຊັ້ນກໍາມາຊີບ.


ຕອບກັບ

ຂ່າວ/ບົດ​ອື່ນ