ລັດ​ເຊຍ ​ສົ່ງ​ບັນ​ດາ​ນັກ​ບິນ​ອ​າ​ວະ​ກາດຂຶ້ນ​ສູ່​ສະ​ຖາ​ນີຈັກ​ກະ​ວານ​ສາ​ກົນ

(VOVWORLD) -     ວັນທີ 9 ເມສາ, ລູກສອນໄຟ Soyuz ຂອງ ລັດເຊຍ ໄດ້ສົ່ງຍານອາວະກາດທີ່ມີຄົນຂັບ Soyuz MS – 18 ບິນຂຶ້ນສູ່ສະຖານີຈັກກະວານສາກົນ ຈາກສະໜາມບິນຈັກກະວານ Baikonur ຢູ່ ກາຊັກສະຖານ ຢ່າງສຳເລັດຜົນ.

ຍານອາວະກາດ Soyuz MS – 18 ບັນຈຸ 3 ຄົນ ໃນນັ້ນ ມີ ນັກບິນອາວະກາດຊາວ ລັດເຊຍ 2 ຄົນ ແລະ ນັກບິນອາວະກາດຊາວ ອາເມລິກາ 1 ຄົນ. ກຸ່ມບໍລິສັດການບິນຈັກກະວານ ລັດເຊຍ ປະກາດວ່າ ຍານອາວະກາດ Soyuz MS – 18 ໄດ້ໄປຮອດສະຖານີຈັກກະວານສາກົນ ພາຍຫຼັງເດີນທາງເປັນເວລາ 3 ຊົ່ວໂມງ 25 ນາທີ. ນັກບິນ 3 ທ່ານ ຈະຢູ່ຕໍ່ສະຖານີຈັກກະວານສາກົນ ຢ່າງໜ້ອຍສຸດແມ່ນ 191 ວັນ ແລະ ປະຕິບັດໜ້າທີ່ຍ່າງຢູ່ຮ່ວງອາວະກາດ.

        ສະຖານີຈັກກະວານສາກົນ ຈະໝົດອາຍຸໃນປີ 2024. ເຖິງຢ່າງໃດກໍຕາມ, ລັດຖະບານ ລັດເຊຍ ໄດ້ຕັດສິນໃຈຕໍ່ກຳນົດເວລາຮອດປີ 2028 ແລະ ປັດຈຸບັນ ພວມເຈລະຈາບັນດາປະເທດກ່ຽວຂ້ອງ ເພື່ອເລື່ອນວັນເວລາຮັບໃຊ້ຂອງສະຖານນີດັ່ງກ່າວຮອດປີ 2030.


ຕອບກັບ

ຂ່າວ/ບົດ​ອື່ນ