ລັດເຊຍ ສືບຕໍ່ກ່າວຟ້ອງ ອາເມລິກາ ໜູນຊ່ວຍ IS

(VOVWORLD) - ວັນທີ 04 ຕຸລາ ໃນຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານ Igor Konashenkov ໄດ້ກ່າວໂທດ ອາເມລິກາ ວ່າ
ລັດເຊຍ ສືບຕໍ່ກ່າວຟ້ອງ ອາເມລິກາ ໜູນຊ່ວຍ IS - ảnh 1 ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານ Igor Konashenkov (ພາບ: Reuters/TTXVN)

ໄດ້ໜູນຊ່ວຍອົງການກໍ່ການຮ້າຍລັດອິດສະລາມ (IS), ຊ່ວຍກຸ່ມກໍ່ການຮ້າຍດັ່ງກ່າວ ສາມາດດຳເນີນບັນດາການບຸກຕີຄືນຢູ່ທາງທິດຕາເວັນອອກ ຊີຣີ. ຕາມທ່ານ Konashenkov ແລ້ວ, ໃນໄລຍະມໍ່ໆມານີ້ ບັນດາເຫດບຸກໂຈມຕີແນໃສ່ກອງທັບລັດຖະບານ ຊີຣີ ລ້ວນແຕ່ “ເລີ່ມຈາກເຂດທີ່ມີລັດສະໝີ 50 ກມອ້ອມແອ້ມດ່ານຊາຍແດນ At-Tanf ຢູ່ຊາຍແດນ ຊີຣີ - ຈໍແດນ” ສະຖານທີ່ທະຫານປະສົມຕ້ານ IS ໂດຍ ອາເມລິກາ ນຳໜ້າຖານທັບແຫ່ງໜຶ່ງ. ນີ້ບໍ່ພຽງແຕ່ເປັນຄັ້ງທຳອິດທີ່ ລັດເຊຍ ກ່າວຟ້ອງ ອາເມລິກາ ໜູນຊ່ວຍ IS . ເດືອນກ່ອນ, ຮອງປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສັງກັດສະພາສູງ ລັດເຊຍ ທ່ານ Franz Klintsevich ຖືວ່າ: ເກືອບ ແນ່ນອນ 100% ອາເມລິກາ ໄດ້ນຳໃຊ້ຍົນ ເອລິກອບເຕີ ເພື່ອຍົກຍ້າຍຜູ້ບັນຊາການນັບສິບຄົນຂອງອົງການກໍ່ການຮ້າຍລັດອິດສະລາມ (IS) ອອກຈາກນະຄອນ Deir Ezzor.

ຕອບກັບ

ຂ່າວ/ບົດ​ອື່ນ