ລັດເຊຍ: ສປປ.ເກົາຫຼີ ປາດຖະໜາຢາກເຈລະຈາໂດຍກົງກັບ ອາເມລິກາ

(VOVWORLD) - ບັນດາສຳນັກຂ່າວສານຂອງ ລັດເຊຍ ໃຫ້ຂ່າວວ່າ: ວັນທີ 07 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້: 
ລັດເຊຍ: ສປປ.ເກົາຫຼີ ປາດຖະໜາຢາກເຈລະຈາໂດຍກົງກັບ ອາເມລິກາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP/TTXVN)

ສປປ.ເກົາຫຼີ ຢາກເຈລະຈາໂດຍກົງກັບ ອາເມລິກາ ເພື່ອມີການປະກັນຈາກ ວໍຊິງຕັນ ສຳລັບຄວາມໝັ້ນຄົງຂອງ ພຽງຢາງ. ຕາມທ່ານລັດຖະມົນຕີ Sergei Lavrov ແລ້ວ, ທ່ານໄດ້ສົ່ງຄວາມມຸ່ງຫວັງຄືດັ່ງກ່າວຂອງ ພຽງຢາງ ເຖິງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ເມື່ອ 2 ທ່ານເຈລະຈາຢູ່ນອກກອງປະຊຸມສະພາລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີຣົບ (OSCE) ຢູ່ Vienna (ອົດຕາລິດ). ທ່ານ Sergei Lavrov ເວົ້າວ່າ: “ພວກຂ້າພະເຈົ້າເຂົ້າໃຈວ່າ ສິ່ງທີ່ ສປປ.ເກົາຫຼີ ມີຄວາມປາດຖະໜາທີ່ສຸດ ນັ້ນແມ່ນເຈລະຈາກັບ ອາເມລິກາ ກ່ຽວກັບການຮັບປະກັນຄວາມໝັ້ນຄົງຂອງ ສປປ.ເກົາຫຼີ. ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະສະໜັບສະໜູນສິ່ງດັ່ງກ່າວ, ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມສົ່ງເສີມບັນດາການເຈລະຈາຄືດັ່ງກ່າວ. ບັນດາຄູ່ຮ່ວມມື ອາເມລິກາ ຂອງພວກຂ້າພະເຈົ້າ, ໃນນັ້ນ ມີທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ໄດ້ຮັບຟັງສິ່ງດັ່ງກ່າວ”.

 

ຕອບກັບ

ຂ່າວ/ບົດ​ອື່ນ