ລັດ​ເຊຍ ​ສະ​ເໜ​ີໃຫ້ ຟື້ນຟູ ຖາ​ນະ​ເປັນ​ສະ​ມາ​ຊິກ AL ໃຫ້​ແກ່ ຊີ​ຣີ

(VOVWORLD) -ວັນທີ 9 ພະຈິກ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ຊີຣີຕ້ອງ ກັບຄືນເປັນສະມາຊິກ ສະຫະພັນ Arab (AL) ແລະ ນີ້ຈະແມ່ນບາດກ້າວດີພໍສົມຄວນໃນການຢຸດຕິວິກິດການຢູ່ປະເທດຕາເວັນອອກກາງນີ້.

ຕາມອົງການສື່ມວນຊົນ ກະຊວງການຕ່າງປະເທດລັດເຊຍແລ້ວ, ທ່ານ Lavrov ໄດ້ເວົ້າໃນຕອບສຳພາດກັບນັກຂ່າວສຳນັກຂ່າວສານ Mediamax ຂອງ  ອາກເມເນຍ ວ່າ ເລື່ອງຊີຣີກັບຄືນ ເປັນສະມາຊິກສະພະພັນ Arab (AL) ແມ່ນສ່ວນທີ່ຂາດບໍ່ໄດ້ໃນວິມາດຕະການສຸດທ້າຍເພື່ອແກ້ໄຂວິກິດການ ຊີຣີ. ທ່ານ Lavrov ເນັ້ນໜັກວ່າ ນີ້ແມ່ນ “ເລື່ອງຟື້ນຟູຖານະສະມາຊິກຂອງ ຊີຣີໃນ AL. ບັນຫານີ້, ຕາມພວກຂ້າພະເຈົ້າຄິດວ່າ ຕ້ອງໄດ້ປະຕິບັດແຕ່ດົນແລ້ວ”. ນັກການທູດແຖວໜ້າຂອງລັດເຊຍ ກໍ່ຖືວ່າ ມີຄວາມກ້າວໜ້າຫຼາຍພໍສົມຄວນມຸ່ງໄປເຖິງວິທີການດ້ານການເມືອງໃຫ້ການປະທະກັນ ຢູ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ