ລັດເຊຍ ສະເໜີໜູນຊ່ວຍ ອາເມລິກາ ໃນການເຈລະຈາສັນຕິພາບກັບ ຕາລີບານ

(VOVWORLD) - ວັນທີ 07 ກຸມພາ, ສຳນັກຂ່າວສານ RIA ຂອງ ລັດເຊຍ ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງການຕ່າງປະເທດຂອງປະເທດນີ້ໂດຍໃຫ້ຮູ້ວ່າ: 
ລັດເຊຍ ສະເໜີໜູນຊ່ວຍ ອາເມລິກາ ໃນການເຈລະຈາສັນຕິພາບກັບ ຕາລີບານ - ảnh 1ລັດເຊຍ ສະເໜີໜູນຊ່ວຍ ອາເມລິກາ ໃນການເຈລະຈາສັນຕິພາບກັບ ຕາລີບານ (ພາບ: AFP/TTXVN )

ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍ ອາເມລິກາ ຊຸກຍູ້ບັນດາການເຈລະຈາກັບ ຕາລີບານ ກ່ຽວກັບເລື່ອງຖອນບັນດາພົນທະຫານ ອາເມລິກາ ອອກຈາກ ອາບການິດສະຖານ. ກະຊວງການຕ່າງປະເທດ ລັດເຊຍ ໄດ້ຍົກອອກຄຳສະເໜີດັ່ງກ່າວ ພາຍຫລັງປະເທດນີ້ິ້ເປັນປະທານຈັດຕັ້ງບັນດາການເຈລະຈາສັນຕິພາບຢູ່ນະຄອນຫລວງ ມົດສະກູ ລະຫວ່າງກຳລັງ ຕາລີບານ ແລະ ບັນດານັກການເມືອງຝ່າຍຄ້ານຢູ່ ອາບການິດສະຖານ ມາເປັນເວລາ 1 ວັນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງສິ້ນສຸດການເຈລະຈາ, ຜູ້ນຳໜ້າຄະນະຜູ້ແທນ ຕາລີບານ, ທ່ານ Sher Mohammad Abbas Stanikzai ຊີ້ແຈ້ງວ່າ 2 ຝ່າຍໄດ້ເຫັນດີກ່ຽວກັບທັດສະນະຫລາຍຢ່າງ. ທ່ານກໍ່ສະແດງຄວາມຫວັງວ່າ ໃນອະນາຄົດ ບັນດາການເຈລະຈາສັນຕິພາບ 2 ຝ່າຍທີ່ຄ້າຍຄືກັນ ຈະມີບາດກ້າວຄືບໜ້າດີກ່ວາ ແລະ ສຸດທ້າຍຈະບັນລຸໄດ້ມາດຕະການແກ້ໄຂ, ຈາກນັ້ນ ນຳມາເຊິ່ງສັນຕິພາບຢ່າງຄົບຖ້ວນມາໃຫ້ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ