ລ​ັດ​ເຊຍ ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ເລື່ອງ EU ສົ່ງ​ຊັບ​ສິນ​ທີ່​ຖືກ​ອາ​ຍັດ​ ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ເລື່ອງຫັນຜົນກຳໄລຈາກຊັບສິນຂອງ ລັດເຊຍ ໄປສູ່ຈຸດປະສົງອື່ນໆ ແມ່ນລະເມີດທຸກຫຼັກການ ແລະ ມາດຕະຖານຂອງລະບົບເສດຖະກິດ ແລະ ການເງິນສາກົນ. ການກະທຳດັ່ງກ່າວ ຈະພາໄປເຖິງບັນດາບັນຫານິຕິກຳທີ່ຮ້າຍແຮງ ສຳລັບຜູ້ທີ່ຍົກອອກການຕົກລົງດັ່ງກ່າວ ແລະ ຜູ້ທີ່ສວຍໃຊ້ຂໍ້ຕົກລົງດັ່ງກ່າວ.
ລ​ັດ​ເຊຍ ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ເລື່ອງ EU ສົ່ງ​ຊັບ​ສິນ​ທີ່​ຖືກ​ອາ​ຍັດ​ ໃຫ້​ແກ່ ຢູ​ແກຼນ - ảnh 1 ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: TTXVN)

ວັນທີ 26 ກໍລະກົດ, ໂຄສົກວັງ Kremlin, ທ່ານ Dmitry Peskov ໃຫ້ຮູ້ວ່າ ລັດເຊຍ ຈະຊັ່ງຊາຢ່າງແນວແນ່ກ່ອນທີ່ຈະມີປະຕິກິລິຍາຕໍ່ການກະທຳຂອງສະຫະພາບເອີຣົບ (EU) ທີ່ໄດ້ໂອນຊັບສິນຂອງປະເທດນີ້ທີ່ມີມູນຄ່າ 1,5 ຕື້ ເອີໂຣ (1,63 ຕື້ USD) ພວມຖືກອາຍັດ ໃຫ້ແກ່ ຢູແກຼນ.

        ທ່ານ Peskov ຖະແຫຼງວ່າ ເລື່ອງຫັນຜົນກຳໄລຈາກຊັບສິນຂອງ ລັດເຊຍ ໄປສູ່ຈຸດປະສົງອື່ນໆ ແມ່ນລະເມີດທຸກຫຼັກການ ແລະ ມາດຕະຖານຂອງລະບົບເສດຖະກິດ ແລະ ການເງິນສາກົນ. ການກະທຳດັ່ງກ່າວ ຈະພາໄປເຖິງບັນດາບັນຫານິຕິກຳທີ່ຮ້າຍແຮງ ສຳລັບຜູ້ທີ່ຍົກອອກການຕົກລົງດັ່ງກ່າວ ແລະ ຜູ້ທີ່ສວຍໃຊ້ຂໍ້ຕົກລົງດັ່ງກ່າວ. ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC) ໃຫ້ຮູ້ວ່າ EU ໄດ້ໂອນຈຳນວນເງິນ 1,5 ຕື້ ໂອໂຣ ຈາກຊັບສິນທີ່ເປັນອະສັງຫາລິມະຊັບຂອງ ລັດເຊຍ ໃຫ້ແກ່ ຢູແກຼນ ເພື່ອສ້າງສາປະເທດຄືນໃໝ່ ແລະ ປ້ອງກັນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ