ລັດເຊຍ ສ້າງຕັ້ງ 3 ກົມກອງໃໝ່ເພື່ອປ້ອງກັນເຂດຊາຍແດນ

(VOVWORLD) - ຂໍ້ຕົກລົງໄດ້ຍົກອອກມາທີ່ກອງປະຊຸມຂອງສະພາປະສານງານຄວາມໝັ້ນຄົງດ້ານການທະຫານຢູ່ບັນດາທ້ອງຖິ່ນຕິດກັບເຂດຊາຍແດນ ເຊິ່ງຫາກໍ່ສ້າງຕັ້ງໃນວັນທີ 15 ສິງຫາ.
ລັດເຊຍ ສ້າງຕັ້ງ 3 ກົມກອງໃໝ່ເພື່ອປ້ອງກັນເຂດຊາຍແດນ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Andrei Belousov
(ພາບ: Sputnik)

        ວັນທີ 20 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Andrei Belousov ແຈ້ງໃຫ້ຊາບວ່າ ໄດ້ສ້າງຕັ້ງ 3 ກົມກອງທະຫານ ເພື່ອແນໃສ່ເພີ່ມທະວີການປ້ອງກັນຄວາມໝັ້ນຄົງໃຫ້ແກ່ບັນດາແຂວງຕິດກັບເຂດຊາຍແດນກັບ ຢູແກຼນ. ຂໍ້ຕົກລົງໄດ້ຍົກອອກມາທີ່ກອງປະຊຸມຂອງສະພາປະສານງານຄວາມໝັ້ນຄົງດ້ານການທະຫານຢູ່ບັນດາທ້ອງຖິ່ນຕິດກັບເຂດຊາຍແດນ ເຊິ່ງຫາກໍ່ສ້າງຕັ້ງໃນວັນທີ 15 ສິງຫາ.

        ທ່ານລັດຖະມົນຕີ Andrei Belousov ເນັ້ນໜັກເຖິງໜ້າທີ່ຂອງບັນດາກົມກອງນີ້ແມ່ນ ປ້ອງກັນຊາວທ້ອງຖິ່ນ ແລະ ປົກປັກຮັກສາຜືນແຜ່ນດິນຂອງ ລັດເຊຍ ຕໍ່ໜ້າບັນດາການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແລະ ພາຫະນະບຸກໂຈມຕີອື່ນໆ. ຕາມແຈ້ງການຂອງກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ທີ່ກອງປະຊຸມນີ້, ທ່ານລັດຖະມົນຕີ Andrei Belousov, ກໍ່ໄດ້ແຕ່ງຕັ້ງເຈົ້າໜ້າທີ່ຮັບຜິດຊອບຄວາມໝັ້ນຂົງເຂດຊາຍແດນຈຳນວນໜຶ່ງ.

        ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ TASS ໄດ້ຄັດສະເໜີແຈ້ງການຂອງກະຊວງສະພາວະສຸກເສີນ ລັດເຊຍ ໂດຍໃຫ້ຮູ້ວ່າ, ມີປະຊາຊົນກວ່າ 122.000 ຄົນໄດ້ປະຕິບັດຄຳສັ່ງຍົກຍ້າຍຂອງອຳນາດການປົກຄອງທ້ອງຖິ່ນຢູ່ Kursk, ເປັນແຫ່ງທີ່ກອງທັບ ຢູແກຼນ ໄດ້ປຸກລະດົມການບຸກໂຈມຕີເລິກເຂົ້າດິນແດນຂອງ ລັດເຊຍ ຢີ່າງກະທັນຫັນນັບແຕ່ວັນທີ 06 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ