ລັດເຊຍ ສຳເລັດການກະກຽມໃຫ້ແກ່ແຜນການລາດຕະເວນຮ່ວມຢູ່ ຊີຣີ

(VOVWORLD) - ວັນທີ 25 ຕຸລາ, ລັດເຊຍ ປະກາດວ່າ ສະມາຊິກໃນກຳລັງທະຫານພິທັກຮັກສາ 300 ຄົນຂອງປະເທດນີ້ ພ້ອມກັບລົດຫູ້ມເກາະ 20 ຄັນໄດ້ໄປຮອດ ຊີຣີ. ນີ້ແມ່ນການກະທຳແນໃສ່ກະກຽມໃຫ້ແກ່ການເຄື່ອນໄຫວລາດຕະເວນຮ່ວມຂອງປະເທດນີ້ກັບ ຕວັກກີ ຢູ່ ຊີຣີ.
ລັດເຊຍ ສຳເລັດການກະກຽມໃຫ້ແກ່ແຜນການລາດຕະເວນຮ່ວມຢູ່ ຊີຣີ - ảnh 1 ລັດເຊຍ ສຳເລັດການກະກຽມໃຫ້ແກ່ແຜນການລາດຕະເວນຮ່ວມຢູ່ ຊີຣີ (ພາບ: AFP/TTXVN)

        ໃນແຈ້ງການ, ທ່ານ Dmitry Peskov ໂຄສົກວັງ Kremlin ຢືນຢັນວ່າ ການຜັນຂະຫຍາຍບັນດາກົມກອງພ້ອມກັບຍຸດທະພັນການທະຫານແມ່ນນອນໃນຂໍ້ຕົກລົງທີ່ບັນລຸໄດ້ຫວ່າງມໍ່ໆມານີ້, ກໍ່ຄືຮຽກຮ້ອງໃຫ້ກຳລັງຊາວ Kurd ຖອນອອກຈາກບັນດາເຂດ ເຊິ່ງໄດ້ຮັບການປະກາດກ່ອນນັ້ນ. ຕາມຂໍ້ຕົກລົງລະຫວ່າງ ລັດເຊຍ ແລະ ຕວັກກີ, ກຳລັງຂອງ 2 ປະເທດ ຈະດຳເນີນການເຄື່ອນໄຫວລາດຕະເວນຮ່ວມຢູ່ເຂດຊາຍແດນທີ່ມີເສັ້ນຜ່າກາງ 10 ກິໂລແມັດ - ສະຖານທີ່ຂອງກອງທັບ ອາເມລິກາ ເຄີຍລາດຕະເວນກັບກຳລັງຊາວ Kurd ໃນຫລາຍປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ