ລັດ​ເຊຍ ຫ້າມ​ສົ່ງ​ອອກ​ນ້ຳ​ມັນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ລາ​ຄາ​ເພ​ດານ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນລັດຖະດຳລັດຫ້າມສະໜອງນ້ຳມັນບໍ່ ແລະ ບັນດາຜະລິດຕະພັນທີ່ກ່ຽວຂ້ອງໃຫ້ບັນດາປະເທດທີ່ຈັດວາງລາຄາເພດານສຳລັບນ້ຳມັນບໍ່ຂອງ ລັດເຊຍ. 
ລັດ​ເຊຍ ຫ້າມ​ສົ່ງ​ອອກ​ນ້ຳ​ມັນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ລາ​ຄາ​ເພ​ດານ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: rianovosti)

ວັນທີ 27 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນລັດຖະດຳລັດຫ້າມສະໜອງນ້ຳມັນບໍ່ ແລະ ບັນດາຜະລິດຕະພັນທີ່ກ່ຽວຂ້ອງໃຫ້ບັນດາປະເທດທີ່ຈັດວາງລາຄາເພດານສຳລັບນ້ຳມັນບໍ່ຂອງ ລັດເຊຍ. ຕາມລັດຖະດຳລັດສະບັບດັ່ງກ່າວແລ້ວ, ການເຄື່ອນໄຫວສົ່ງອອກນ້ຳມັນດິບ ໃຫ້ບັນດາປະເທດທີ່ຈັດວາງລາຄາເພດານສຳລັບນ້ຳມັນບໍ່ຂອງລັດເຊຍ ຈະຖືກຫ້າມ ເລີ່ມແຕ່ວັນທີ 01 ກຸມພາ 2023, ແຕ່ຈຸດເວລາເລີ່ມດຳເນີນຄຳສັ່ງຫ້າມສຳລັບບັນດາຜະລິດຕະພັນທີ່ຜະລິດຈາກນ້ຳມັນບໍ່ນັ້ນ ລັດຖະບານ ລັດເຊຍ ຈະເປັນຜູ້ຕັດສິນ, ອາດຈະແມ່ນຫຼັງວັນທີ 01 ກຸມພາ 2023. ຄຳສັ່ງຫ້າມສະບັບດັ່ງກ່າວມີຜົນສັກສິດຮອດວັນທີ 01 ກໍລະກົດ 2023. ເຖິງຢ່າງໃດກໍຕາມ, ລັດຖະດຳລັດສະບັບນີ້ກໍ່ຍັງມີມາດຕາໜຶ່ງ ທີ່ອະນຸຍາດໃຫ້ທ່ານປະທານາທິບໍດີ Vladimir Putin ສາມາດຍົກເລີກຄຳສັ່ງຫ້າມ ໃນກໍລະນີພິເສດ. ໃນລັດຖະດຳລັດສະບັບນີ້ ກໍຊີ້ແຈ້ງວ່າ ການຕົກລົງນີ້ໄດ້ຍົກອອກມາ ຍ້ອນກ່ຽວຂອ້ງເຖິງບັນດາການກະທຳທີ່ບໍ່ເປັນມິດຂອງ ອາເມລິກາ ແລະ ປະເທດຕ່າງໆທີ່ເຂົ້າຮ່ວມນຳກັນເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ.

ນັກຂ່າວ VOV ປະຈຳ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ