ລັດ​ເຊຍ - ອີ​ຣານ - ຕ​ວ​ັກ​ກີ ​ກຳ​ນົດ​ວັນ​ເວ​ລາ​ດຳ​ເນີນກອງ​ປະ​ຊ​ຸມ​ສຸດຍອດ 3 ຝ່າຍ

(VOVWORLD) -ວັນທີ 4 ກໍລະກົດ, ທ່ານ Ibrahim Kalin ໂຄສົກຂອງປະທານາທິບໍດີ ຕວັກກີ ໄດ້ແຈ້ງໃຫ້ຊາບວ່າ ກອງປະຊຸມສຸດຍອດ 3 ຝ່າຍ ລັດເຊຍ - ອີຣານ - ຕວັກກີ ກ່ຽວກັບບັນຫາ ຊີຣີ ຈະຈັດຕັ້ງໃນເດື່ອນ ສິງຫາຈະມາເຖິງຢູ່ ນະຄອນຫຼວງ Ankara.
ລັດ​ເຊຍ - ອີ​ຣານ - ຕ​ວ​ັກ​ກີ ​ກຳ​ນົດ​ວັນ​ເວ​ລາ​ດຳ​ເນີນກອງ​ປະ​ຊ​ຸມ​ສຸດຍອດ 3 ຝ່າຍ - ảnh 1ທ່ານ Hassan Rouhani ປະທານາທິບໍດີ Vladimir Putin  ອີຣານ, ທ່ານ ປະທານາທິບໍດີລັດເຊຍ ທ່ານ Tayyip Erdogan ປະທານາທິບໍດີຕວັກກີ (ພາບ: AFP/TTXVN)

ຕາມທ່ານ Kalin ແລ້ວ, ກອງປະຊຸມຈະປຶກສາຫາລືຢ່າງຮອບດ້ານກ່ຽວກັບສະພາບການຢູ່ ຊີຣີ, ລວມມີ: ວິວັດທະນາການມອບໂອນໜ້າທີ່ທາງການເມືອງ ແລະ ສົ່ງຜູ້ອົບພະຍົບກັບເມືອບ້ານເກີດເມືອງນອນ. ເຖິງຢ່າງໃດກໍ່ຕາມ, ທ່ານ Kalin ບໍ່ໃຫ້ຮູ້ຢ່າງຊັດເຈນກ່ຽວກັບວັນເວລາທີ່ຈະຈັດຕັ້ງກອງປະຊຸມນີ້.

        ກອງປະຊຸມ 3 ຝ່າຍ ຄັ້ງທຳອິດໄດ້ຈັດຕັ້ງຢູ່ເຂດຜັກຜ່ອນບຳລຸງສຸຂະພາບ Sochi ແຄມຝັ່ງທະເລດຳຂອງ ລັດເຊຍໃນວັນທີ 22 ພະຈິກ ປີ 2017 ເພື່ອແນໃສ່ປຶກສາຫາລືກ່ຽວກັບຄວາມກ້າວໜ້າທີ່ບັນລຸໄດ້ໃນບັນດາການເຈລະຈາສັນຕິພາບ Astana ແລະ ບັນດາການປ່ຽນແປງໃນບັນດາເຂດຫຼຸດຜ່ອນຄວາມເຄັ່ງຕຶງຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ