ລັດເຊຍ - ອີຣານ ສົມທົບກັນໃນບັນຫາ ຊີຣີ ແລະ ປະຕິບັດຂໍ້ຕົກລົງນິວເຄຼຍ

ລັດເຊຍ - ອີຣານ ສົມທົບກັນໃນບັນຫາ ຊີຣີ ແລະ ປະຕິບັດຂໍ້ຕົກລົງນິວເຄຼຍ - ảnh 1
ລັດເຊຍ - ອີຣານ ສົມທົບກັນໃນບັນຫາ
ຊີຣີ ແລະ ປະຕິບັດຂໍ້ຕົກລົງນິວເຄຼຍ
(ພາບ: Mehrnews)

(vovworld) – ​​ ລັດ​ເຊຍ ​ແລະ ອີຣານ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ຂໍ້​ຕົກລົງ​ນິວ​ເຄຼຍລະ​ຫວ່າງ Tehran ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ຂອງ​ພາກ​ພື້ນ ​ແລະ ສາກົນ, ພ້ອມ​ທັງ ​ເຫັນ​ດີ​ເປັນ​ເອກະ​ພາບ​ຊອກ​ຫາ​ມາດ​ຕະການ​ການ​​ເມືອງ​​ໃຫ້​​ແກ່ວິ​ກິດ​ການ​ຢູ່ ຊີຣີ. ​ໃນ​ການ​ເຈລະຈາ​ທີ່​ແກ່ຍາວ​ເປັນ​ເວລາ 5 ຊົ່ວ​ໂມງ​ຢູ່​ນະຄອນຫລວງ ມົດ​ສະ​ກູ, ລັດ​ເຊຍ ​ໃນ​ວັນ​ທີ 09/02, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Abbas Araqchi ​ແລະ ຄູ່​ຕຳ​ແໜ່​ງ ລັດ​ເຊຍ Sergei Ryabkov ​ໄດ້​ປຶກສາ​ຫາລື​ບັນດາ​ແງ່​ມູນ​ຕາງ​ກັນ​ຂອງ​ເລື່ອງ​ປະຕິບັດ​ແຜນການ​ດຳ​ເນີນ​ງານ​ລວມຮອບດ້ານ (JCPOA) ​ໃນ​ປີຜ່ານມາ. 2 ຝ່າຍ​ເນັ້ນ​ໜັກ​ວ່າ ທຸກ​​ຝ່າຍ​ເຂົ້າ​ຮ່ວມການ​​ເຊັນ JCPOA ລວມມີ ອັງກິດ, ຝະລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ​, ​ເຢຍລະ​ມັນ ​ແລະ ອີຣານ ຕ້ອງ​ປະຕິບັດ​ບັນດາ​ພັນທະ​ຕາມ​ຂໍ້​ຕົກລົງ​ຢ່າງ​ຄົບ​ຖ້ວນ. ທ່ານ Abbas Araqchi ​ແລະ ທ່ານ Sergei Ryabkov ກໍ່​ເຕື້ອງ​ເຖິງ​ຫຼັກ​ໝັ້ນ​ໃໝ່​ຂອງ​ອຳນາດ​ການ​ປົກຄອງປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ທີ່​ກ່ຽວຂ້ອງ​ເຖິງ​ຂໍ້​ຕົກລົງ JCPOA. ນັກ​ການ​ທູດ 2 ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ JCPOA ​ແລະ ຫລຸດຜ່ອນ​ນິວ​ເຄຼຍຢູ່​ບັນດາ​ການ​ປະຊຸມ​ຂັ້ນ​ນັກວິຊາ​ການ​ໃນ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ