ລັດເຊຍ, ອີຣານ ແລະ ຕວກກີ ສະໜັບສະໜູນຂໍ້ສະເໜີຈັດຕັ້ງກອງປະຊຸມໃຫຍ່ເຈລະຈາກ່ຽວກັບບັນຫາ ຊີຣີ

(VOVWORLD) - ທ່ານປະທານາທິບໍດີ ອີຣານ ແລະ ຕວກກີ  ລ້ວນແຕ່ສະໜັບສະໜູນຂໍ້ລິເລີ່ມຈັດກອງປະຊຸມໃຫຍ່ເຈລະຈາກ່ຽວກັບບັນຫາ ຊີຣີ ຢູ່ Sochi

ວັນທີ 22 ພະຈິກ, ຢູ່ນະຄອນ Sochi, ປະເທດ ລັດເຊຍ, ການນຳ 3 ປະເທດ ອີຣານ, ລັດເຊຍ ແລະ ຕວກກີ ເຂົ້າຮ່ວມກອງປະຊຸມສຸດຍອດດ້ວຍເນື້ອໃນຈຸດສຸມແມ່ນແກ້ໄຂວິກິດການຢູ່ ຊີຣີ. ພາຍຫຼັງກອງປະຊຸມ, ທ່ານປະທານາທິບໍດີ 3 ປະເທດລັດເຊຍ, ອີຣານ ແລະ ຕວກກີ ໄດ້ອອກຖະແຫຼງການຮ່ວມ.

        ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງກອງປະຊຸມການນຳ 3 ປະເທດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອີຣານ ແລະ ຕວກກີ  ລ້ວນແຕ່ສະໜັບສະໜູນຂໍ້ລິເລີ່ມຈັດກອງປະຊຸມໃຫຍ່ເຈລະຈາກ່ຽວກັບບັນຫາ ຊີຣີ ຢູ່ Sochi, ພ້ອມທັງເຫັນດີເປັນເອກະສັນພິຈາລະນະບັນຫາກ່ຽວກັບເວລາ ແລະ ພາກສ່ວນດຳເນີນເຫດການສຳຄັນນີ້, ເພື່ອແນໃສ່ຮັບປະກັນການເຂົ້າຮ່ວມຢ່າງກ້ວາງຂວາງຂອງບັນດາພັກຝ່າຍຢູ່ ຊີຣີ. ການນຳ 3 ທ່ານ ຊີ້ນຳບັນດາອົງການການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປຶກສາຫາລືກ່ຽວກັບວຽກງານກະກຽມ ກໍ່ຄືເວລາຈັດຕັ້ງການເຈລະຈາ. ທ່ານ Putin ຢັ້ງຢືນວ່າ ຄະນະການນຳ ຊີຣີ ສະໜັບສະໜູນວິວັດທະນາການສັນຕິພາບ, ປັບປຸງລັດຖະທຳມະນູນ ແລະ ຈັດຕັ້ງການເລືອກຕັ້ງເສລີ. ຄຽງຄູ່ກັນນັ້ນ, 3 ປະເທດ ກໍ່ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມື ໃນບັ້ນຮົບຕ້ານກໍ່ການຮ້າຍ, ພິເສດແມ່ນກຸ່ມກໍ່ການຮ້າຍ ລັດອິດສະລາມ (IS).

ຕອບກັບ

ຂ່າວ/ບົດ​ອື່ນ