ລັດເຊຍ ອາດຈະຢຸດຕິການສະໜອງພະລັງງານໃຫ້ແກ່ເອີລົບ

(VOVWORLD) - ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: ລັດເຊຍ ຈະຟື້ນຟູການເຄື່ອນໄຫວຂົນສົ່ງອາຍແກັດຜ່ານທໍ່ສົ່ງອາຍແກັດພາກເໜືອເລກ 1
ລັດເຊຍ ອາດຈະຢຸດຕິການສະໜອງພະລັງງານໃຫ້ແກ່ເອີລົບ - ảnh 1
ລະບົບທໍ່ສົ່ງຢູ່ Lubmin ໃນເຂດດິນແດນ ເຢຍລະມັນ (ພາບ: AFP/TTXVN)

ກ່າວຄຳເຫັນທີ່ເວທີປາໄສເສດຖະກິດຝ່າຍຕາເວັນອອກ, ພວມໄດ້ຈັດຕັ້ງຢູ່ນະຄອນ Vladivostok, ວັນທີ 7 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕຳໜິຕິຕຽນບັນດາຄຳເຫັນຮຽກຮ້ອງການປະຕິບັດຈັດວາງລະດັບລາຄາເພດານສຳລັບບັນດາແຫຼ່ງພະລັງງານຂອງລັດເຊຍ ແລະ ຢັ້ງຢືນປະເທດນີ້ອາດຈະຈະຢຸດຕິການສະໜອງນ້ຳມັນ ແລະ ອາຍແກັດ ຖ້າຫາກບັນດາປະເທດ ຝ່າຍຕາເວັນຕົກ ສືບຕໍ່ຕິບັດການຈັດວາງລາຄາ.

        ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: ລັດເຊຍ ຈະຟື້ນຟູການເຄື່ອນໄຫວຂົນສົ່ງອາຍແກັດຜ່ານທໍ່ສົ່ງອາຍແກັດພາກເໜືອເລກ 1 ທັນທີພາຍຫຼັງທີ່ແກ້ໄຂບັນຫາເກີດຂຶ້ນຢູ່ສະຖານທີ່ Portovaya ໃກ້ກັບນະຄອນ St.Peterburg.

        ໃນເຫດການທີ່ກ່ຽວຂ້ອງ, ທ່ານນາງ Ursala von der Leyen, ປະທານຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ: ອົງການນີ້ຈະສະເໜີຈັດວາງລາຄາເພດານສຳລັບ ອາຍແກັດ ທີ່ໄດ້ນຳເຂົ້າຈາກ ລັດເຊຍ, ພ້ອມກັບເລື່ອງປະຕິບັດບັນດາມາດຕະການປະຢັດໄຟຟ້າຊ່ວງເວລາໃຊ້ໄຟຟ້າຫຼາຍສຸດຄືດັ່ງມາດຕະການຫລຸດຜ່ອນສະພາບຂາດເຂີນເຊື້ອເພິງໃນລະດູໜາວຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ