ລັດເຊຍ ອາດສາມາດນຳໃຊ້ ລູດສອນໄຟ Iskander ເພື່ອເຮັດໃຫ້ NMD ຂອງອາເມລິກາ ໄຮ້ສັກສິດ

ລັດເຊຍ ອາດສາມາດນຳໃຊ້ ລູດສອນໄຟ Iskander ເພື່ອເຮັດໃຫ້ NMD ຂອງອາເມລິກາ ໄຮ້ສັກສິດ - ảnh 1
ລູກ​ສອນ​ໄຟ Iskander
( ພາບ: Getty )


( vovworld ) –   ກ່າວຄຳ​ເຫັນ​ຢູ່ Sochi ​ເມື່ອ​ວັນ​ທີ 11/5,​ ຜູ້​ວ່າການ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ Anatoly Serdiukov ຖະ​ແຫຼ​ງວ່າ ລັດ​ເຊຍ​ ອາດ​ນຳ​ໃຊ້​ລູກ​ສອນ​ໄຟ Iskander ​ເພື່ອ​ຕີສະກັດ​ບັນດາ​ລູກ​ສອນ​ໄຟ ​ແລະ ​​ເຮັດ​ໃຫ້ລະ​ບົບປ້ອງ​ກັນ​ລູກ​ສອນ​ໄຟ NMD ຂອງ​ອາ​ເມ​ລິ​ກາ ​ໄຮ້​ສັກສິດ. ທ່າ​ນ Serdiukov ​ໃຫ້​ຮູ້​ວ່າ ​ລັດ​ເຊຍ ຖື​ວ່າ​ ​ເລື່ອງ​ຜັນ​ຂະຫຍາຍ NMD ຫຼື​ລະບົບ​ປ້ອງ​ກັນລູກ​ສອນ​ໄຟຂອງ NATO ຢູ່​ເອີ​ລົບ ( AMD ) ລ້ວນ​ແຕ່​​ເປັນຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ລັດ​ເຊຍ ​ເພາະວ່າ AMD ອາດ​ຈະ​ກາຍ​ເປັນ​ພາກສ່ວນ​ໜື່ງ​ໃນ NMD ທົ່ວ​ໂລກ ຂອງ​ອາ​ເມ​ລິ​ກາ. ທ່ານ Serdiukov ຢັ້ງຢືນ​ວ່າ ບັນດາ​ອາວຸດ​ຂອງ​ລັດ​ເຊຍ​ ​ໃນ​ປະຈຸ​ບັນ​ລ້ວນ​ແຕ່​ມີ​ຄວາມ​ສາມາດເຮັດໃຫ້ NMD ຂອງ​ອາ​ເມ​ລິ​ກາ ​ໄຮ້​ສັກສິດ.

ຂ່າວ/ບົດ​ອື່ນ