ລັດເຊຍ, ອາເມລິກາ ປຶກສາຫາລືສະພາບການຢູ່ຊີຣີ

ລັດເຊຍ, ອາເມລິກາ ປຶກສາຫາລືສະພາບການຢູ່ຊີຣີ - ảnh 1
ປະທານາທິບໍດີ​ອາ​ເມ​ລິ​ກາ Barac Obama ​ແລະ 
ປະທານາທິບໍດີ​ລັດ​ເຊຍ ທ່ານ​  Vladimir Putin
(ພາບ: AP)

Vovworld- ວັນ​ທີ 29/4, ​ ປະທານາທິບໍດີ​ອາ​ເມ​ລິ​ກາ Barac Obama ​ແລະ ຄູ່​ຕຳແໜ່​ງລັດ​ເຊຍ ທ່ານ​  Vladimir Putin ​ໄດ້​ມີ​ການ​ເຈ​ລະຈາ​ທາງ​​ໂທລະສັບ​ເພື່ອ​ປຶກສາ​ຫາລື​ສະພາບ​ການ​ຢູ່​ຊີຣີ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ມີ​ການ​ພົບ​ປະກັນ​ຢູ່ ມົດສດູ ປະ​ເທດ​ລັດ​ເຊຍ​ໃນ​ເດືອນ 9 ທີ່​ຈະ​ມາ​ເຖິງ. ຕາມຄຳ​ຖະ​ແຫຼ​ງຈາກ​ທຳນຽບຂາວ, ​ໃນ​ການ​ເຈລະຈາ​ທາງ​​ໂທລະສັບ, ປະທານາທິບໍດີ​ອາ​ເມ​ລິ​ກາ Barac Obama​ ໄດ້​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​​ເຖິງ​ຄວາມ​ເປັນ​ຫ່ວງ​ກັງ​ວົນຕໍ່​ບັນຫາ​ອາວຸດ​ເຄມີ​ຊຶ່ງ​ຖືກ​ນຳ​ໃຊ້​ໃນ​ການ​ສູ້​ຮົບ​ຢູ່​ຊີຣີ, ພ້ອມ​ກັນ​ນັ້ນ ທ່ານ​ຢືນຢັນ​ວ່າ ວໍ​ຊິ​ຕັນ​ຈະ​ມານະ​ພະຍາຍາມ​ຊອກ​ຫາ​ບັນດາ​ພະຍານ​ຫຼັ້ກຖານ​ທີ່​ແທ້​ຈິງກ່ຽວ​ກັບ​ກໍລະນີ​ນີ້ ກ່ອນ​ທີ່ຈະ​ມີ​ບັນດາ​ການ​ກະທຳ​ຄັ້ງ​ຕໍ່​ໄປ. ນອກຈາກ​ນັ້ນ, ການ​ນຳ​ທັງ 2 ທ່ານ​ກໍ​ໄດ້​ເປັນ​ເອກະສັນ​ກັນ ຈະ​ທາ​ບທາມ​ຢ່່າງ​ແໜ້ນ​ແຟ້ນ ​ແລະ ຊີ້​ນຳ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່່າງປະ​ເທດ​ຂອງ 2 ປະ​ເທດ ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຊີຣີຢູ່ທີ່​ກອງ​ປະຊຸມ​ກຸ່ມ G8 ​ໃນ​ເດືອນ 6 ທີ່​ຈະ​ມາ​ເຖິງ​ຢູ່​ອາຍ​​ແລນ​ເໜືອ ​ແລະ ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ 2​ ຝ່າຍລະຫວ່າງລັດ​ເຊຍ-ອາ​ເມ​ລິ​ກາ ຢູ່​ມົດສກູ ​ໃນ​ເດືອ​ນ 9 ທີ່​ຈະ​ມາ​ເຖິງ. 

ຂ່າວ/ບົດ​ອື່ນ