ລັດ​ເຊຍ, ອາ​ເມ​ລິ​ກາ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເສຍ​ຊ​ີ​ວິດ ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) -ອາເມລິກາ ກໍນຳໜ້າກ່ຽວກັບຈຳນວນຜູ້ເສຍຊີວິດໃໝ່, ດ້ວຍ 1.190 ກໍລະນີ, ເພີ່ມຂຶ້ນທົບຫຼາຍກວ່າ 2 ເທົ່າເມື່ອທຽບໃສ່ມື້ກ່ອນ. ຖັດຈາກນັ້ນແມ່ນ ລັດເຊຍ ດ້ວຍ 973 ກໍລະນີ ເຊິ່ງເປັນຕົວເລກສູງສຸດນັບແຕ່ເມື່ອໂລກລະບາດເລີ່ມແຜ່ລະບາດຢູ່ປະເທດນີ້ ແລະ ຢູແກຼນ ມີ 352 ກໍລະນີ.
ລັດ​ເຊຍ, ອາ​ເມ​ລິ​ກາ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເສຍ​ຊ​ີ​ວິດ ເພີ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ຜູ້ມີອາຍຸສູງ ຢູ່ Hull, ປະເທດ ອັງກິດ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 13 ຕຸລາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 234 ລ້ານຄົນ, ໃນນັ້ນເສຍຊີວິດເກືອບ 4,9 ລ້ານຄົນ.

        ຈຳນວນຜູ້ຕິດເຊື້ອໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນກວ່າ 351.800 ຄົນ ແລະ ມີກວ່າ 6.100 ຄົນເສຍຊີວິດ. ອາເມລິກາ ຍັງຄົງແມ່ນປະເທດນຳໜ້າໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອໃໝ່, ຖັດຈາກນັ້ນແມ່ນ ອັງກິດ ແລະ ຕວັກກີ. ອາເມລິກາ ກໍນຳໜ້າກ່ຽວກັບຈຳນວນຜູ້ເສຍຊີວິດໃໝ່, ດ້ວຍ 1.190 ກໍລະນີ, ເພີ່ມຂຶ້ນທົບຫຼາຍກວ່າ 2 ເທົ່າເມື່ອທຽບໃສ່ມື້ກ່ອນ. ຖັດຈາກນັ້ນແມ່ນ ລັດເຊຍ ດ້ວຍ 973 ກໍລະນີ ເຊິ່ງເປັນຕົວເລກສູງສຸດນັບແຕ່ເມື່ອໂລກລະບາດເລີ່ມແຜ່ລະບາດຢູ່ປະເທດນີ້ ແລະ ຢູແກຼນ ມີ 352 ກໍລະນີ.

        ກ່ຽວຂ້ອງເຖິງການສັກວັກຊິນ, ອົງການອະນາໄມໂລກ (WHO) ຫາກໍຍົກອອກຂໍ້ສະເໜີແນະໃນການສັກວັກຊິນກັນພະຍາດໂຄວິດ - 19 ຕື່ມອີກ 1 ເຂັມ ໃຫ້ແກ່ຜູ້ມີພູມຕ້ານທານຕ່ຳ. ກຸ່ມຜູ້ໃຫ້ຄຳປຶກສາຍຸດທະສາດສັກວັກຊິນຂອງ WHO ໄດ້ສະເໜີແນະໃຫ້ນຳໃຊ້ວັກຊິນກັນພະຍາດໂຄວິດ 19 ທຸກປະເພດ ເຊິ່ງ WHO ໄດ້ອະນຸມັດເພື່ອສັກເຂັມທີ 3 ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ