ລັດເຊຍ - ອາເມລິກາ ຢືນຢັນຄວາມມານະພະຍາຍາມຮ່ວມມືໃນບັນດາບັນຫາ 2 ຝ່າຍ ແລະ ສາກົນ

ລັດເຊຍ - ອາເມລິກາ ຢືນຢັນຄວາມມານະພະຍາຍາມຮ່ວມມືໃນບັນດາບັນຫາ 2 ຝ່າຍ ແລະ ສາກົນ - ảnh 1
(ພາບປະກອບ)
(vovworld) -     ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຢືນຢັນ​ວ່າ ຕ້ອງ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ ບົນ​ພື້ນຖານ​ສະ​ເໝີ​ພາບ ​ແລະ ຄິດ​ໄລ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ກັນ, ຫຼິກລ້ຽງບໍ່​ໃຫ້​ເກດ​ບັນດາບັນຫາບໍ່​ເປັນ​ຄວາ​ມ​ຈິງ. ຖະ​ແຫຼ​ງຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergey Lavrov ທີ່​ມົດສກູ ​ໃນ​ວັນ​ທີ 03/02, ​ໃຫ້​ຮູ້​ວ່າ, 2 ຝ່າຍ​ໄດ້​ເປັນ​​ເອກະ​ພາບ​ນຳ​ກັນ​ໂດຍ​ຖື​ວ່າ ນອກຈາກ​ບັນດາບັນຫາທີ່​ບໍ່​ລົງ​ລອຍ​ກັນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ມີ​ຜົນ​ປະ​ໂຫຍດລວມ ຫຼາຍ​ຢ່າງໃນ​ບັນຫາ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ລາງ​ຜ່ານ, ຕໍ່​ສູ້​ຕ້ານການ​ກໍ​ການ​ຮ້າຍ, ຕ້ານ​ການ​ຄ້າ​ຢາ​ເສບ​ຕິດ, ຕ້ານ​ອາດຊະຍາ​ກຳທີ່​ມີ​ການຈັດ​ຕັ້ງ ກໍ​ຄື​ບັນ​ຫາ​ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ອາບ​ກາ​ນິດ​ສຖານ. ສຳລັບ​ບັນດາ​ບັນຫາ​ສາກົນ, ລັດ​ເຊຍ ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ ຊອກ​ຫາ​ວິທີ​ການ​ສຳ​ພັດ​ລວມ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ​ເນັ້ນ​ໜັກ​ວ່າ ທັງ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ລວນ​ແຕ່​ເຂົ້າ​ໃຈ​ໄດ້​ວ່າ ບັນ​ດາ​ບັນຫາ​ສາກົນສ່ວນ​ຫຼາຍ​ແມ່ນ​ແກ້​ໄຂ​ຍາກ ຖ້າ​ຫາກ​ບໍ່​ມີ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. 2 ຝ່າຍ ​ໄດ້​ຕົກລົງ​ນຳ​ກັນ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ ທ່ານ Tom Donilon ຜູ້​ຊ່ວຍ​ວຽກ​ປະທານາທິບໍດີ​ອາ​ເມ​ລິ​ກາ​ ຮັບຜິດຊອບ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ທ່ານ Jonh Kerry ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ຈະ​ໄປຢ້ຽມຢາມລັດ​ເຊຍ ​ໃນ​ໄລຍະ​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ