ລັດ​ເຊຍ, ອາ​ເມ​ລິ​ກາ ເລີ່​ມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສ້າງ​ສະຖຽນ​ລະ​ພາບ​ຍຸດ​ທ​ະ​ສາດ

(VOVWORLD) - ຄະນະຜູ້ແທນ ກະຊວງການຕ່າງປະເທດ ລັດເຊຍ ໂດຍທ່ານຮອງລັດຖະມົນຕີ Sergei Ryabkov ນຳໜ້າ ແລະ ກະຊວງການຕ່າງປະເທດ ອາເມລິກາ ໂດຍ ທ່ານຮອງລັດຖະມົນຕີຜູ້ທີໜຶ່ງ Wendy Sherman  ນຳໜ້າ ໄດ້ດຳເນີນການພົບປະກັນ. 
ລັດ​ເຊຍ, ອາ​ເມ​ລິ​ກາ ເລີ່​ມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສ້າງ​ສະຖຽນ​ລະ​ພາບ​ຍຸດ​ທ​ະ​ສາດ - ảnh 1ອາເມລິກາ ແລະ ລັດເຊຍ ປຶກສາຫາລືກ່ຽວກັບວິທີການສຳຜັດຂອງບັນດາຝ່າຍ ກ່ຽວກັບບັນຫາສ້າງສະຖຽນລະພາບຍຸດທະສາດ, ແງ່ຫວັງຄວບຄຸມອາວຸດ ແລະ ບັນດາມາດຕະການຫຼຸດຜ່ອນຄວາມສ່ຽງ (ພາບ: Izvestia)

ວັນທີ 28 ກໍລະກົດ, ຢູ່ເຊີແນວ, ປະເທດ ສະວິດ, ຄະນະຜູ້ແທນ ກະຊວງການຕ່າງປະເທດ ລັດເຊຍ ໂດຍທ່ານຮອງລັດຖະມົນຕີ Sergei Ryabkov ນຳໜ້າ ແລະ ກະຊວງການຕ່າງປະເທດ ອາເມລິກາ ໂດຍ ທ່ານຮອງລັດຖະມົນຕີຜູ້ທີໜຶ່ງ Wendy Sherman  ນຳໜ້າ ໄດ້ດຳເນີນການພົບປະກັນ ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການສຳຜັດຂອງບັນດາຝ່າຍ ກ່ຽວກັບບັນຫາສ້າງສະຖຽນລະພາບຍຸດທະສາດ, ແງ່ຫວັງຄວບຄຸມອາວຸດ ແລະ ບັນດາມາດຕະການຫຼຸດຜ່ອນຄວາມສ່ຽງ.

ໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາເມລິກາ Anatoly Antonov ໄດ້ເນັ້ນໜັກວ່າ, ລັດເຊຍ ພ້ອມແລ້ວທີ່ຈະປຶກສາຫາລືກັບ ອາເມລິກາ ກ່ຽວກັບບໍ່ວ່າອາວຸດປະເພດໃດ ທີ່ມີ ຄວາມສາມາດບົ່ມຊ້ອນຍຸດທະສາດ, ອາດຈະແມ່ນນິວເຄຼຍ ຫຼື ປອດນິວເຄຼຍ, ອາວຸດບຸກໂຈມຕີ ແລະ ປ້ອງກັນຕົວ, ພ້ອມດຽວກັນນັ້ນ, ທ່ານກໍໃຫ້ຮູ້ວ່າ ລັດເຊຍ ໄດ້ສະເໜີໃຫ້ພັດທະນາວິທີການຄຸ້ມຄອງຄວາມໝັ້ນຄອງແບບໃໝ່.

ວັນເທື່ອງ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ລັດເຊຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ