ລັດເຊຍ, ອາເມລິກາ ແລະ ຈີນ ຈະຈັດກອງປະຊຸມ 3 ຝ່າຍ ກ່ຽວກັບ ບັນຫາ ອາບການິດສະຖານ

(VOVWORLD) -ການເຈລະຈາລະຫວ່າງຜູ້ຕາງໜ້າພິເສດຂອງ ລັດເຊຍ, ອາເມລິກາ ແລະ ຈີນ ຈະຖືກຈັດຂຶ້ນຢູ່ນະຄອນຫຼວງ Moskva ແລະ ທ່ານ Zamir Kabulov  ທູດພິເສດຂອງ ອາບການິດສະຖານ ກໍອາດຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ.

        ໃນໜ້າເວັບ Pahwok ຂອງ ອາບການິດສະຖານ ໃນວັນທີ 24 ເມສາ ໄດ້ໃຫ້ຂ່າວວ່າ ລັດເຊຍ ຈະຈັດຕັ້ງກອງປະຊຸມ 3 ຝ່າຍ ຄັ້ງທີ 2 ກັບ ອາເມລິກາ ແລະ ຈີນ ເພື່ອປຶກສາຫາລືກ່ຽວກັບວິວັດທະນາການສ້າງສັນຕິພາບຢູ່ ອາບການິດສະຖານ. ແຈ້ງການຂອງທ່ານເອກອັກຄະລັດຖະທູດ ລັດເຊຍ ຢູ່ Kabul  ໃຫ້ຮູ້ວ່າ ການເຈລະຈາລະຫວ່າງຜູ້ຕາງໜ້າພິເສດຂອງ ລັດເຊຍ, ອາເມລິກາ ແລະ ຈີນ ຈະຖືກຈັດຂຶ້ນຢູ່ນະຄອນຫຼວງ Moskva ແລະ ທ່ານ Zamir Kabulov  ທູດພິເສດຂອງ ອາບການິດສະຖານ ກໍອາດຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ.

        ແຈ້ງການດ່ັງກ່າວ ຍັງໃຫ້ຮູ້ຕື່ມອີກວ່າ ກອງປະຊຸມຄັ້ງນີ້ ບໍ່ແມ່ນຮູບແບບໃໝ່ກ່ຽວກັບວິວັດການໄກ່ເກ່ຍຄວາມປອງດອງ ອາບການິດສະຖານ ຫາກແມ່ນພາກສ່ວນໜຶ່ງຂອງຄວາມມານະພະຍາຍາມ ເພື່ອສັນຕິພາບ ຢູ່ປະເທດ ທີ່ຖືກສົງຄາມທໍາລາຍໃນຕະຫຼອດ 17 ປີຜ່ານມາ.

        ກ່ຽວຂ້ອງເຖິງການພົບປະດັ່ງກ່າວ, ຜູ້ຕາງໜ້າ 3 ປະເທດ ລັດເຊຍ, ອາເມລິກາ ແລະ ຈີນ ພວມມານະພະຍາຍາມ ຊຸກຍູ້ພວກກະບົດ Taliban ດໍາເນີນເຈລະຈາສັນຕິພາບກັບ ເຈົ້າໜ້າທີ່ ອາບການິດສະຖານ. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນທີ່ສໍາຄັນໃນວິວັດທະນາການແນໃສ່ຢຸດຕິການປະທະກັນຢູ່ປະເທດ ອາບການິດສະຖານ.


ຕອບກັບ

ຂ່າວ/ບົດ​ອື່ນ