ລັດ​ເຊຍ, ອາ​ເມ​ລິ​ກາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ New START

(VOVWORLD) - ກ່າວຄຳເຫັນໃນຊ່ອງໂທລະພາບ Rossiya 24 (ລັດເຊຍ), ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ບັນດາວຽກງານແທດຈິງ ທີ່ກ່ຽວຂ້ອງເຖິງການຕໍ່ກຳນົດສົນທິສັນຍາ New START ໄດ້ເລີ່ມດຳເນີນຢູ່ຂັ້ນນັກຊ່ຽວຊານແລ້ວ.
ລັດ​ເຊຍ, ອາ​ເມ​ລິ​ກາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ New START - ảnh 1ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: Tass)

ວັນທີ 25 ມັງກອນສະພາຄວາມໝັ້ນຄົງ ລັດເຊຍໄດ້ປະກາດວ່າ, ທ່ານ Nikolai Patrushev ເລຂານຸການ ສະພາຄວາມໝັ້ນຄົງ ລັດເຊຍ ແລະ ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ໄດ້ໂອ້ລົມທາງໂທລະສັບກ່ຽວກັບການຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ແລະ ບັນດາແງ່ຫວັງກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດຄວາມໝັ້ນຄົງ. ການໂອ້ລົມທາງໂທລະສັບໄດ້ດຳເນີນຕາມຂໍ້ລິເລີ່ມຂອງ ວໍຊິງຕັນ.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນໃນຊ່ອງໂທລະພາບ Rossiya 24 (ລັດເຊຍ), ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ບັນດາວຽກງານແທດຈິງ ທີ່ກ່ຽວຂ້ອງເຖິງການຕໍ່ກຳນົດສົນທິສັນຍາ New START ໄດ້ເລີ່ມດຳເນີນຢູ່ຂັ້ນນັກຊ່ຽວຊານແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ