ລັດເຊຍ ຮຽກຮ້ອງ ອາເມລິກາ ປ່ຽນວິທີສໍາຜັດໃນບັນຫາ ຕາເວັນອອກກາງ

(VOVWORLD) -ວັນທີ 21 ກັນຍາ, ກ່າວຄໍາເຫັນທີ່ກອງປະຊຸມຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ,  ທ່ານ Vasily Nebenzia  ເອກອັກຄະລັດຖະທູດລັດເຊຍ ປະຈໍາ ສະຫະປະຊາຊາດ ຖືວ່າ ວິທີສໍາຜັດຂອງ ອາເມລິກາ ໄດ້ທໍາລາຍຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການແກ້ໄຂບັນຫາ ຕາເວັນອອກກາງ, ພ້ອມທັງຮຽກຮ້ອງໃຫ້ ວໍຊິງຕັນ ມີການປ່ຽນແປງ.
ລັດເຊຍ ຮຽກຮ້ອງ ອາເມລິກາ ປ່ຽນວິທີສໍາຜັດໃນບັນຫາ ຕາເວັນອອກກາງ - ảnh 1ທ່ານ Vasily Nebenzia  ເອກອັກຄະລັດຖະທູດລັດເຊຍ ປະຈໍາ ສະຫະປະຊາຊາດ (ພາບ:AP)

ທ່ານ Nebenzia  ເນັ້ນໜັກວ່າ ບັນດາກິລິຍາທ່າທາງຫວ່າງມໍ່ໆມານີ້ຂອງ ອາເມລິກາ ຄືການຮັບຮອງເອົາ Jerusalem  ແມ່ນນະຄອນຫຼວງຂອງ ອິດສະຣາແອັນ, ປິດປະຕູຫ້ອງການຕາງໜ້າຂອງອົງການປົດປ່ອຍ ປາແລັດຕິນ ຢູ່ ວໍຊິງຕັນ D.C, ຫັກງົບປະມານທີ່ຈັດແບ່ງໃຫ້ອົງການສະຫະປະຊາຊາດຊ່ວຍເຫຼືອຄົນລີ້ໄພ ປາແລັດສຕິນ... ທັງໝົດເຫຼົ່ານັ້ນ, ໄດ້ກໍ່ຜົນເສຍຫາຍຕໍ່ຄວາມມານະພະຍາຍາມ ໃນການຊອກຫາມາດຕະການຮອບດ້ານໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດຕິນ.

        ທ່ານ ເອກອັກຄະລັດຖະທູດລັດເຊຍ ກໍໄດ້ຮຽກຮ້ອງໃຫ້ເຊື່ອມຕໍ່ຄືນການຮ່ວມມືສາກົນໃນຂອບເຂດຂອງກຸ່ມ 4 ປະເທດ ຕາເວັນອອກກາງຄືນໃໝ່ (ເຊິ່ງລວມມີ ສະຫະປະຊາຊາດ, ລັດເຊຍ, ອາເມລິກາ, ສະຫະພາບ ເອີຣົບ).

ຕອບກັບ

ຂ່າວ/ບົດ​ອື່ນ