ລັດເຊຍ ຮຽກຮ້ອງບັນດາປະເທດ ເອີຣົບ ເກ້ຍກ່ອມ ອາເມລິກາ ຮັກສາ INF

(VOVWORLD) - ວັນທີ 07 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຮຽກຮ້ອງບັນດາປະເທດ ເອີຣົບ ຄວນກໍ່ຜົນສະທ້ອນຕໍ່ ອາເມລິກາ ເພື່ອອາດຈະຮັກສາສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF). 
ລັດເຊຍ ຮຽກຮ້ອງບັນດາປະເທດ ເອີຣົບ ເກ້ຍກ່ອມ ອາເມລິກາ ຮັກສາ INF - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov (ຂວາ) ແລະ ທ່ານເລຂາທິການໃຫຍ່ OSCE Thomas Greminger. ພາບ: AFP/TTXVN

ກ່າວຄຳເຫັນພາຍຫລັງກອງປະຊຸມຂອງລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກອົງການໝັ້ນຄົງ ແລະ ຮ່ວມມື ເອີຣົບ (OSCE) ຄັ້ງທີ 25 ພວມດຳເນີນຢູ່ Milan (ອີຕາລີ), ທ່ານລັດຖະມົນຕີ Sergei Lavrov ເນັ້ນໜັກວ່າ: ລັດເຊຍ ເຊື່ອໝັ້ນວ່າ ອາເມລິກາ ພວມມີເຈດຈຳນົງຍົກເລີກສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START-3) ດ້ວຍວິທີຄ່ອຍໆຖອນຕົວອອກຈາກ INF ເຊິ່ງໄດ້ລົງນາມໃນສະໄໝສົງຄາມເຢັນ.

        ຕາມເຈົ້າໜ້າທີ່ການຕ່າງປະເທດ ລັດເຊຍ ແລ້ວ, ບັນດາຄູ່ຕຳແໜ່ງຂອງທ່ານ, ໃນນັ້ນ ມີທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ກໍ່ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ຖອນຕົວອອກຈາກ INF.

ຕອບກັບ

ຂ່າວ/ບົດ​ອື່ນ