ລັດເຊຍ ຮຽກຮ້ອງປັບປຸງມະຕິຊ່ວຍເຫຼືອຜ່ານຊາຍແດນໃຫ້ແກ່ ຊີຣີ

(VOVWORLD) - ວັນທີ 29 ພະຈິກ, ລັດເຊຍ ຮຽກຮ້ອງສະຫະປະຊາຊາດປັບປຸງມະຕິກ່ຽວກັບເລື່ອງຂົນສົ່ງເຄື່ອງບັນເທົາທຸກຜ່ານຊາຍແດນໃຫ້ແກ່ຊາວ ຊີຣີ ທີ່ພວມດຳລົງຊີວິດໃນເຂດຕ່າງໆ ໂດຍຝ່າຍລຸກຮື້ຂຶ້ນຄວບຄຸມ. 
ລັດເຊຍ ຮຽກຮ້ອງປັບປຸງມະຕິຊ່ວຍເຫຼືອຜ່ານຊາຍແດນໃຫ້ແກ່ ຊີຣີ - ảnh 1 ພາບປະກອບ (AFP/TTXVN)

ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ເຊິ່ງມີຜົນສັກສິດເລີ່ມແຕ່ປີ 2014 ນັ້ນແມ່ນອະນຸຍາດໃຫ້ບັນດາຖ້ຽວຂົນສົ່ງເຄື່ອງບັນເທົາທຸກຈາກ ຕວກກີ ແລະ ຈໍແດນ ໄປຍັງ ຊີຣີ ໂດຍບໍ່ຈຳເປັນຕ້ອງໄດ້ຮັຍຄວາມເຫັນດີຈາກອຳນາດການປົກຄອງ Damacus. ຄຳຮຽກຮ້ອງດັ່ງກ່າວ ໄດ້ຍົກອອກມາໃນສະພາບທີ່ໃນເດືອນ ທັນວາ ຈະມາເຖິງ, ສະພາຄວາມໝັ້ນຄົງສະຫະປະຊາຊາດຈະປ່ອນບັດກ່ຽວກັບເລື່ອງສືບຕໍ່ຕໍ່ກຳນົດເວລາມະຕິດັ່ງກ່າວຫຼືບໍ່ ພາຍຫລັງໝົດຜົນບັງຄັບໃຊ້ໃນວັນທີ 10 ມັງກອນ 2019.

        ທ່ານ Dmitry Polyanskiy ຮອງຜູ້ຕາງໜ້າຄະນະປະຕິບັດງານ ລັດເຊຍ ປະຈຳ ສະຫະປະຊາຊາດ ໃຫ້ຮູ້ວ່າ: ເຄື່ອງບັນເທົາທຸກທີ່ສົ່ງໄປຍັງ ຊີຣີ ມັກຖືກບັນດາກຸ່ມປະກອບອາວຸດຢຶດເອົາ, ນຳໃຊ້ເພື່ອຮຽກຄ່າໄຖ່ ແລະ ໄດ້ສ້າງລາຍຮັບໃນແຕ່ລະເດືອນໃຫ້ພວກລຸກຮື້ຂຶ້ນປະມານ 2 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ