ລັດເຊຍ ຮຽກຮ້ອງປະຊາຄົມສາກົນຊ່ວຍ ຊີຣີ ສ້າງສາປະເທດຄືນໃໝ່

(VOVWORLD) - ວັນທີ 23 ພຶດສະພາ, ຫົວໜ້າກົມໃຫຍ່ສູ້ຮົບກອງເສນາທິການບັນດາກຳລັງປະກອບອາວຸດ ລັດເຊຍ, ທ່ານພົນໂທ Sergei Rudskoi ໄດ້ຮຽກຮ້ອງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນຊ່ວຍສ້າງສາເຂດດິນແດນ ຊີຣີ ຄືນໃໝ່

ເຊິ່ງໄດ້ບັນດາກຳລັງລັດຖະບານປະເທດນີ້ ຫາກໍ່ຍາດໄດ້ຄືນຈາກ “ລັດອິດສະລາມ” (IS) ເຊິ່ງເຄີຍຖືກຢຶດຄອງກ່ອນນັ້ນ. ຕາມທ່ານ Sergei Rudskoi ແລ້ວ, ປັດຈຸບັນ ທຸກເງື່ອນໄຂເພື່ອຟື້ນຟູ ຊີຣີ ກາຍເປັນປະເທດເອກະລາດ, ບໍ່ຖືກແບ່ງແຍກໄດ້ກຽມພ້ອມແລ້ວ. ແຕ່ວ່າ ເພື່ອບັນລຸໄດ້ເປົ້າໝາຍນີ້ ບໍ່ພຽງແຕ່ມີ ລັດເຊຍ ຄວນມານະພະຍາຍາມເທົ່ານັ້ນ, ຫາກຍັງຕ້ອງການເຕົ້າໂຮມກຳລັງແຮງຂອງທັງປະຊາຄົມສາກົນອີກດ້ວຍ.

        ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຢູ່ລັດເຊຍ ໃນວັນທີ 18 ພຶດສະພາ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ຮຽກຮ້ອງສະຫະພາບ ເອີຣົບ (ອີຢູ) ໜູນຊ່ວຍວິວັດທະນາການສ້າງສາປະເທດຕາເວັນອອກກາງນີ້ຄືນໃໝ່ ຖ້າຫາກ ເອີຣົບ ປາດຖະໜາຢາກແກ້ໄຂວິກິດການຊາວອົບພະຍົບ ແລະ ນຳກະແສຟອງຊາວລີ້ໄພກັບຄືນສູ່ບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ