ລັດເຊຍ ຮຽກຮ້ອງຮ່ວມມືສາກົນຕ້ານການກໍ່ການຮ້າຍ

(VOVWORLD) - ທ່ານປະທານສະພາຕ່ຳແຫ່ງຊາດ ລັດເຊຍ Vyacheslav Volodin ເນັ້ນໜັກເຖິງບົດບາດຂອງການຮ່ວມມືສາກົນ ເພື່ອແນໃສ່ຊຸກຍູ້ໄຊຊະນະຂອງການຕໍ່ສູ້ຕ້ານກໍ່ການຮ້າຍ.

ວັນທີ 24 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມສາກົນກ່ຽວກັບການຕໍ່ສູ້ຕ້ານກໍ່ການຮ້າຍຢູ່ນະຄອນຫລວງ Islamabad ຂອງ ປາກິດສະຖານ, ທ່ານ Vyacheslav Volodin ສະແດງຄວາມເຊື່ອໝັັ້ນຕໍ່ຄວາມສາມາດໄດ້ຮັບຜົນສຳເລັດຂອງການຕໍ່ສູ້ຕ້ານກໍ່ການຮ້າຍ ດ້ວຍເງື່ອນໄຂສຳຄັນ, ນັ້ນແມ່ນການຮ່ວມມືສາກົນທົ່ວເຖິງ, ການເຂົ້າຮ່ວມຂອງທຸກຝ່າຍທີ່ສົນໃຈເຖິງສະຖຽນລະພາບຢູ່ບັນດາພາກພື້ນເກີດວິກິດການ.

ຕອບກັບ

ຂ່າວ/ບົດ​ອື່ນ