ລັດ​ເຊຍ ຮຽກ​ຮ້ອງ​ໃຫ້ Google ບຼ​ອັກ​ຂໍ້​ມູນ​ຂ່າວ​ສານ​ທີ່​ຜິດ​​ດ່ຽງ​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ຫວ່າງມໍ່ໆມານີ້, ລັດຖະບານລັດເຊຍ ໄດ້ຮຽກຮ້ອງໃຫ້ Google ບຼອັກຂໍ້ມູນຂ່າວສານທີ່ຜິດດ່ຽງກ່ຽວກັບສະຖິຕິຈຳນວນກໍລະນີເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຂອງລັດເຊຍ.
ລັດ​ເຊຍ ຮຽກ​ຮ້ອງ​ໃຫ້ Google ບຼ​ອັກ​ຂໍ້​ມູນ​ຂ່າວ​ສານ​ທີ່​ຜິດ​​ດ່ຽງ​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1ພະນັກງານການແພດປະຕິບັດວຽກງານ ຢູ່ລັດເຊຍ (ພາບ: TTXVN) 

ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງໜັງສືພິມ Financial Times ແລະ New York Times ຂອງອາເມລິກາ ໄດ້ໃຫ້ຂ່າວກ່ຽວກັບຈຳນວນຕົວເລກສະຖິຕິກໍລະນີເສຍຊີວິດຍ້ອນໂລກລະບາດໂຄວິດ-19 ທາງການຂອງລັດເຊຍ ແມ່ນໜ້ອຍກວ່າເມື່ອທຽບໃສ່ຕົວຈິງ. ຕາມເວັບໄຊ MBKh Media ແລ້ວ, ວັນທີ 14 ພຶດສະພາ, Google ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, ຫ້ອງການດຳເນີນການໄຕ່ສວນຂອງ ລັດເຊຍ ໄດ້ຮຽກຮ້ອງໃຫ້ກຸ່ມບໍລິສັດດັ່ງກ່າວບຼອັກບັນດາ “ຕົວເລກສະຖິຕິທີ່ຜິດດ່ຽງ” ດັ່ງກ່າວ. ໂຄສົກຂອງ Google ຊີ້ແຈ້ງວ່າ ຈະພິຈາລະນາບັນດາຄຳຮຽກຮ້ອງທີ່ຖືກຕ້ອງຕາມກົດໝາຍຂອງອຳນາດການປົກຄອງບັນດາປະເທດເຊິ່ງ Google ພວມເຄື່ອນໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ