ລັດເຊຍ ຮຽກຮ້ອງໃຫ້ ຊີຣີ ປະລະອາວຸດເຄມີ

ລັດເຊຍ ຮຽກຮ້ອງໃຫ້ ຊີຣີ ປະລະອາວຸດເຄມີ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov
(ພາບ: AFP
)

(vovworld) – ວັນ​ທີ 9/9, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ​ໄດ້​ຮຽກຮ້ອງ​ໃຫ້ ຊີຣີ ມອບ​ສິດ​ຄວບ​ຄຸມສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້​​ໃຫ້ສາກົນ ​ແລະ ຫຼັງ​ຈາກ​ນັ້ນ​ຈະ​ທຳລາຍ​ອາວຸດ​ເຄມີ​ພ້ອມ​ທັງ​ເຂົ້າ​ຮ່ວມ​ສົນ​ທິສັນຍາ​ກ່ຽວ​ກັບ​ການ​ທຳລາຍ​ອາວຸດ​ເຄມີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ​ໃຫ້​ຮູ້​ວ່າ: ທ່ານ​ໄດ້​ສົ່ງ​ຄຳ​ສະ​ເໜີ​ດັ່ງກ່າວ​ເຖິງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ Muallem ​ແລະ ລັດ​ເຊຍ ລໍຄອຍ​ຈະ​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ໄວວາ ​ແລະ ຕັ້ງໜ້າ. ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ຖື​ວ່າ: ​ແຜນການ​ດັ່ງກ່າວ​ຈະ​ຊ່ວຍ​ “ສະກັດ​ກັ້ນ​ບັນດາ​ການ​ບຸກ​ໂຈມ​ຕີ​ການ​ທະຫານ” ຕ້ານ ຊີຣີ ​ເຊິ່ງ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ຊັ່ງຊາ. ທ່ານ​ຊີ້​ແຈ້ງວ່າ: ຖ້າ​ຫາກມອບ​ສິດ​ຄວບ​ຄຸມສາງ​ອາວຸດ​ເຄມີ​ຂອງ ຊີຣີ ​ໃຫ້​ສາກົນ​ອາດ​ຈະ​ຊ່ວຍ​ຫຼີກ​ລ້ຽງ​ບັນດາ​ການ​ບຸກ​ໂຈມ​ຕີ​ການ​ທະ​ຫານນັ້ນ ລັດ​ເຊຍ​ຈະ​ປະຕິບັດ​ໃນ​ທັນທີ”. ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄດ້​ປະກາດ​ວ່າ​: ທ່ານປະທານາທິບໍດີ ຊີຣີ Bashar Al – Assad ອາດ​ຈະ​ຫຼີກ​ລ້ຽງ​ການ​ແຊກ​ແຊງ​ດ້ານ​ການ​ທະຫານ​ຖ້າ​ຫາກ​ມອບ​ສິດ​ຄວບ​ຄຸມສາງ​ອາວຸດ​ເຄມີ​ໃຫ້​ປະຊາ​ຄົມ​ໂລກ​ໃນ​ອາທິດ​ໜ້າ.

 ທີ່ກ່ຽວຂ້ອງເຖິງເຫດການນີ້, ໃນ​ວັນ​ທີ 10/9, ທ່ານ ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຈະ​ມີ​ບົດ​ກ່າວ​ປາ​ໄສ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຫຼັງ​ຈາກ​ນັ້ນ, ​ໃນ​ຕອນ​ຄຳ່ວັນ​ດຽວ​ກັນ, ຈະ​ມີ​ບົດ​ກ່າວ​ປາ​ໄສ​ກັບ​ປະຊາຊົນ ອາ​ເມ​ລິ​ກາ ​ໄດ້​ຮັບ​ການຖ່າຍ​ທອດ​ສົດ​ຈາກ​ທຳນຽບຂາວ. ກໍ່​ໃນ​ຈຸດ​ເວລາ​ນີ້, ບັນດາ​ຜູ້​ທີ່​ປຶກສາ​ໃນ​ກຸ່ມ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ທຳນຽບຂາວ, ​ໃນ​ນັ້ນ​ມີ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ John Kerry ​ແລະ ຫົວໜ້າ​ຫ້ອງການ​ທຳນຽບຂາວ, ກໍ່​ຈັດ​ຕັ້ງ​ບັນດາ​ການ​ປາຖະກະຖາ​ລັບ ​ແລະ ​ເປີດ​ກັບ​ບັນດາ​ນັກ​ນິຕິບັນຍັດ ​ແລະ ​ໃນ​ໂທລະພາບ.

ຂ່າວ/ບົດ​ອື່ນ