ລັດ​ເຊຍ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ບໍ່​ເຮັດ​ໃຫ້​ຄວາມ​ເຄ​ັ່ງ​ຕຶງ​ປີນ​ຂັ້ນ​ໄດ

(VOVWORLD) - ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ ມົດສະກູ ບໍ່ “ມີເຈດຈຳນົງບໍ່ດີຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງ”, ພ້ອມທັງກ່າວເຕືອນບັນດາປະເທດນີ້ວ່າ “ບໍ່ຄວນເຮັດໃຫ້ສະພາບການປີນຂັ້ນໄດ ແລະ ບໍ່ຄວນຈັດວາງບໍ່ວ່າມາດຕະການຈຳກັດໃດໆ”. 
ລັດ​ເຊຍ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ບໍ່​ເຮັດ​ໃຫ້​ຄວາມ​ເຄ​ັ່ງ​ຕຶງ​ປີນ​ຂັ້ນ​ໄດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  (ພາບ: AFP/TTXVN)

  ວັນທີ 4 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງຂອງຕົນ ບໍ່ເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ. ໃນບົດກ່າວປາໄສຜ່ານຊ່ອງໂທລະພາບ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ ມົດສະກູ ບໍ່ “ມີເຈດຈຳນົງບໍ່ດີຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງ”, ພ້ອມທັງກ່າວເຕືອນບັນດາປະເທດນີ້ວ່າ “ບໍ່ຄວນເຮັດໃຫ້ສະພາບການປີນຂັ້ນໄດ ແລະ ບໍ່ຄວນຈັດວາງບໍ່ວ່າມາດຕະການຈຳກັດໃດໆ”. ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ: “ພວກຂ້າພະເຈົ້າປະຕິບັດທຸກພັນທະຂອງຕົນຢ່າງຄົບຖ້ວນ ແລະ ຈະສືບຕໍ່ປະຕິບັດພັນທະເຫຼົ່ານັ້ນໃຫ້ສຳເລັດ…. ພວກຂ້າພະເຈົ້າເຫັນວ່າ ບໍ່ຈຳເປັນຕ້ອງເຮັດໃຫ້ສະພາບການພົວພັນກັບປະເທດອື່ນໆທີ່ພວມມີນັ້ນຮ້າຍແຮງ ຫຼື ຊົ່ວຮ້າຍລົງຕື່ມ. ທຸກການກະທຳຂອງພວກຂ້າພະເຈົ້າ, ຖ້າມີ, ພຽງແຕ່ເພື່ອໂຕ້ຕອບບາງການກະທຳທີ່ບໍ່ເປັນມິດ ແລະ ຕ້ານຄືນສະຫະພັນລັດເຊຍ ເທົ່ານັ້ນ”.

        ໃນວັນດຽວກັນ, ວັງ Kremlin ໃຫ້ຮູ້ວ່າ ການຜັນແປຕໍ່ໄປໃນວິວັດການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ ແມ່ນຈະຂຶ້ນກັບປະຕິກິລິຍາຂອງ Kiev ກ່ຽວກັບການເຈລະຈາສອງຝ່າຍທີ່ຫາກໍດຳເນີນໄປໃນອາທິດແລ້ວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ