ລັດເຊຍ ເຂົ້າຮ່ວມຂໍ້ລິເລີ່ມທັນຍາຫານ ທະເລດຳ

(VOVWORLD) - ບໍ່ນຳໃຊ້ບັນດາແລວມະນຸດສະທຳ ແລະ ບັນດາທ່າກ່ຳປັ່ນຂອງປະເທດນີ້ໃຫ້ແກ່ບັນດາການເຄື່ອນໄຫວດ້ານການທະຫານຕ້ານຄືນລັດເຊຍ
ລັດເຊຍ ເຂົ້າຮ່ວມຂໍ້ລິເລີ່ມທັນຍາຫານ ທະເລດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາຫານຂອງຢູແກຼນ ຈາກ Odessa (ປະເທດ ຢູແກຼນ) ໃນວັນທີ 1 ສິງຫາ (ພາບ: AFP)

ວັນທີ 2 ພະຈິກ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ປະກາດວ່າ ມົດສະກູ ຈະກັບຄືນເຂົ້າຮ່ວມຂໍ້ຕົກລົງຂໍ້ລິເລີ່ມທັນຍາຫານທະເລດຳ ພາຍຫຼັງໄດ້ຮັບຄຳໝັ້ນສັນຍາຮັບປະກັນດ້ວຍເອກະສານຂອງຢູແກຼນ ທີ່ວ່າ: ບໍ່ນຳໃຊ້ບັນດາແລວມະນຸດສະທຳ ແລະ ບັນດາທ່າກ່ຳປັ່ນຂອງປະເທດນີ້ໃຫ້ແກ່ບັນດາການເຄື່ອນໄຫວດ້ານການທະຫານຕ້ານຄືນລັດເຊຍ. ທ່ານ Amir Mahmoud Abdullah, ຜູ້ປະສານງານປະຈຳການຂອງສະຫະປະຊາຊາດ ຢູ່ສູນປະສານງານລວມ (JCC) ຢູ່ Istanbul (ປະເທດ ຕວກກີ), ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງລັດເຊຍ ກັບຄືນເຂົ້າຮ່ວມຂໍ້ຕົກລົງຂໍ້ລິເລີ່ມທັນຍາຫານທະເລດຳ.

        ໃນສະພາບການທີ່ກ່ຽວຂ້ອງ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ປະກາດວ່າ ບັນດາກ່ຳປັ່ນຂົນສົ່ງທັນຍາຫານຂອງ ຢູແກຼນ ໄດ້ເຊື່ອມຕໍ່ການເຄື່ອນໄຫວຄືນໃໝ່ໃນເວລາ 12 ໂມງ ຂອງວັນທີ 2 ພະຈິກ(ຕາມເວລາທ້ອງຖິ່ນ), ພາຍຫຼັງການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຕວກກີ Hulusi Akar ແລະ ຄູ່ຕຳແໜ່ງລັດເຊຍ ທ່ານ Sergei Shoigu.

ຕອບກັບ

ຂ່າວ/ບົດ​ອື່ນ