ລັດ​ເຊຍ ເຊີນ 129 ປະ​ເທດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ Army 2022

(VOVWORLD) -ເວທີປາໄສ Army 2022 ຈະຈັດຂຶ້ນແຕ່ວັນທີ 15 ຫາວັນທີ 21 ສິງຫາ, ກົງກັບໄລຍະດຳເນີນງານມະຫາກຳກິລາການທະຫານສາກົນ ແລະ ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 10. 
ລັດ​ເຊຍ ເຊີນ 129 ປະ​ເທດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ Army 2022 - ảnh 1(ພາບ: TASS)

ແຈ້ງການສື່ມວນຊົນວັນທີ 29 ມິຖຸນາ ຂອງກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ປີນີ້, ປະເທດ ລັດເຊຍ ໄດ້ເຊີນ 129 ປະເທດເຂົ້າຮ່ວມເວທີປາໄສເຕັກນິກການທະຫານສາກົນ Army – 2022. ແຈ້ງການໄດ້ຊີ້ແຈ້ງວ່າ 7 ປະເທດມີຈຸດປະສົງຢາກຕັ້ງຮ້ານວາງສະແດງໃນບັນດາເຫດການ Army – 2022.

        ເວທີປາໄສ Army 2022 ຈະຈັດຂຶ້ນແຕ່ວັນທີ 15 ຫາວັນທີ 21 ສິງຫາ, ກົງກັບໄລຍະດຳເນີນງານມະຫາກຳກິລາການທະຫານສາກົນ ແລະ ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 10. ບັນດາເຫດການຕົ້ນຕໍຂອງເວທີປາໄສຈະຈັດຂຶ້ນຢູ່ຫໍປະຊຸມ ແລະ ຫໍວາງສະແດງ Patriot, ສະໜາມບິນ Kubinka, ສະໜາມກິລາ Alabino…


ຕອບກັບ

ຂ່າວ/ບົດ​ອື່ນ