ລັດ​ເຊຍ ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ທະ​ຫານ​ພິ​ເສດ​ຢູ່​ ຢູ​ແກຼນ ​ຄືນ​ໃໝ່

(VOVWORLD) -ກະຊວງປ້ອງກັນປະເທດ ລັດເຊຍ ອະທິບາຍວ່າ ການຢຸດຕິຊົ່ວຄາວນີ້ໄດ້ປະຕິຍັດເພື່ອກະກຽມໃຫ້ແກ່ຄວາມສາມາດເຈລະຈາລະຫວ່າງ ມົດສະກູ ແລະ ກີແອບ, ແຕ່ການເຄື່ອນໄຫວການທະຫານໄດ້ເຊື່ອມຕໍ່ຄືນ ພາຍຫຼັງຝ່າຍ ຢູແກຼນ ປະຕິເສດການເຈລະຈາ.



ລັດ​ເຊຍ ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ທະ​ຫານ​ພິ​ເສດ​ຢູ່​ ຢູ​ແກຼນ ​ຄືນ​ໃໝ່ - ảnh 1ພາບປະກອບ: AFP/TTXVN

ວັນທີ 26 ກຸມພາ, ສຳນັກຂ່າວສານ RIA ໄດ້ຄັດສະເໜີຖະແຫຼງການຂອງກະຊວງປ້ອງກັນປະເທດ ລັດເຊຍ ໂດຍໃຫ້ຮູ້ວ່າ ທຸກກົມກອງຂອງປະເທດນີ້ຢູ່ ຢູແກຼນ ໄດ້ຮັບຄຳສັ່ງຕ້ອງເຊື່ອມຕໍ່ຍຸດທະສາດການທະຫານພິເສດນີ້ ພາຍຫຼັງໄດ້ຢຸດຕິຊົ່ວຄາວເມື່ອວັນທີ 25 ກຸມພາ.

ກະຊວງປ້ອງກັນປະເທດ ລັດເຊຍ ອະທິບາຍວ່າ ການຢຸດຕິຊົ່ວຄາວນີ້ໄດ້ປະຕິຍັດເພື່ອກະກຽມໃຫ້ແກ່ຄວາມສາມາດເຈລະຈາລະຫວ່າງ ມົດສະກູ ແລະ ກີແອບ, ແຕ່ການເຄື່ອນໄຫວການທະຫານໄດ້ເຊື່ອມຕໍ່ຄືນ ພາຍຫຼັງຝ່າຍ ຢູແກຼນ ປະຕິເສດການເຈລະຈາ.

ເຖິງຢ່າງໃດກໍຕາມ, ໃນວັນດຽວກັນ, ຝ່າຍ ຢູແກຼນ ກໍ່ປະຕິເສດຂ່າວທີ່ຖືວ່າ ປະເທດນີ້ ໄດ້ປະຕິເສດການເຈລະຈາ ການຢຸດຍິງກັບ ລັດເຊຍ, ແຕ່ຢັ້ງຢືນວ່າ Kiev ບໍ່ກຽມພ້ອມຈະເຫັນດີກັບບັນດາເງື່ອນໄຂຂອງ ມົດສະກຸ.

ຕອບກັບ

ຂ່າວ/ບົດ​ອື່ນ