ລັ​ດ​ເຊຍ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສົນ​ທິ​ສັນ​ຍາ New START

(VOVWORLD) -ໂຄສົກວັງ Kremlin ທ່ານ Dmitry Peskov ຖະແຫຼງວ່າ ລັດເຊຍ ເຊື່ອໝັ້ນວ່າ ສິ່ງສຳຄັນແມ່ນ ສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຍັງມີຜົນສັກສິດ.
ລັ​ດ​ເຊຍ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສົນ​ທິ​ສັນ​ຍາ New START - ảnh 1ໂຄສົກວັງ Kremlin ທ່ານ Dmitry Peskov (ພາບ: AFP/TTXVN)

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 1 ກຸມພາ ຢູ່ ມົດສະກູ, ທ່ານ Peskov ເນັ້ນໜັກວ່າ “ພວກຂ້າພະເຈົ້າເຊື່ອວ່າ ສິ່ງສຳຄັນແມ່ນສົນທິສັນຍາຍັງມີຜົນສັກສິດ ເພາະວ່າມັນແມ່ນສົນທິສັນຍາສະບັບໜຶ່ງດຽວທີ່ຍັງມີຢູ່, ຢ່າງໜ້ອຍສຸດແມ່ນມີຄວາມເປັນໄປໄດ້ກ່ຽວກັບການສົມມຸດຖານ”. ທ່ານຖືວ່າ ໃນຕົວຈິງ ອາເມລິກາ “ໄດ້ທຳລາຍກອບນິຕິກຳໃນຂົງເຂດຄວບຄຸມອາວຸດແລ້ວ”.

        ກ່ອນໜ້ານັ້ນ, ທ່ານເອກອັກຄະລັດຖະທູດ ອາເມລິກາ Anatoly Antonov ໃຫ້ຮູ້ວ່າ ລັດເຊຍ ໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິບັດຕາມສົນທິສັນຍາ New START ແລະ ສືບຕໍ່ຖືວ່າ ນີ້ແມ່ນເຄື່ອງມືທີ່ມີປະສິດທິຜົນແນໃສ່ຮັກສາສະຖຽນລະພາບຍຸດທະສາດ. ຄວາມຮັບຜິດຊອບກ່ຽວກັບການປີນນຂັ້ນໄດຂອງສະພາບການທີ່ກ່ຽວຂ້ອງເຖິງສົນທິສັນຍາ New START ທັງໝົດແມ່ນຍ້ອນ ອາເມລິກາ. ຖ້າຫາກວ່າ ອາເມລິກາ ບໍ່ພິຈາລະນາຄືນນະໂຍບາຍທີ່ເຮັດໃຫ້ຍຸດທະສາດຂອງ ລັດເຊຍ ຖືກປະລາໄຊນັ້ນ ຄວາມກ້າວໜ້າຕ່າງໆໃນການຄວບຄຸມອາວຸດແມ່ນບໍ່ອາດບັນລຸໄດ້.

        ລັດເຊຍ ຍົກອອກຖະແຫຼງການດັ່ງກ່າວ ເມື່ອໜັງສືພິມ Wall Street Journal ກ່ອນໜ້ານັ້ນ ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ອາເມລິກາ ທີ່ຖືວ່າ ມົດສະກູ ໄດ້ລະເມີດສົນທິສັນຍາ New START.

ດັ້ງເກື່ອງ - ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ