ລັດ​ເຊຍ ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກັບ ຢູ​ແກຼນ

(VOVWORLD) -ລັດເຊຍ ພວມຊອກຫາຂໍ້ຕົກລົງຮອບດ້ານໃນການເຈລະຈາກັບ ຢູແກຼນ. ຕາມທ່ານແລ້ວ, ຖ້າຫາກວ່າບໍ່ມີຂໍ້ຕົກລົງນີ້, ເລື່ອງກ້າວໄປເຖິງການເຫັນດີເປັນເອກະພາບແມ່ນສິ່ງທີ່ບໍ່ອາດເກີດຂຶ້ນໄດ້ ແລະ Kiev ພວມຊອກຫາວິທີເພື່ອແກ່ຍາວວິວັດທະນາການເຈລະຈາ.
ລັດ​ເຊຍ ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກັບ ຢູ​ແກຼນ - ảnh 1ທ່ານ Vladimir Medinsky ຫົວໜ້າຄະນະນັກເຈລະຈາ ລັດເຊຍ (ພາບ: AFP/TTXVN)

ວັນທີ 25 ມີນາ, ທ່ານ Vladimir Medinsky ຫົວໜ້າຄະນະນັກເຈລະຈາ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ພວມຊອກຫາຂໍ້ຕົກລົງຮອບດ້ານໃນການເຈລະຈາກັບ ຢູແກຼນ. ຕາມທ່ານແລ້ວ, ຖ້າຫາກວ່າບໍ່ມີຂໍ້ຕົກລົງນີ້, ເລື່ອງກ້າວໄປເຖິງການເຫັນດີເປັນເອກະພາບແມ່ນສິ່ງທີ່ບໍ່ອາດເກີດຂຶ້ນໄດ້ ແລະ Kiev ພວມຊອກຫາວິທີເພື່ອແກ່ຍາວວິວັດທະນາການເຈລະຈາ.

        ກ່ອນໜ້ານັ້ນ, ທ່ານ Vladimir Medinsky ແຈ້ງໃຫ້ຊາບວ່າ ໃນການເຈລະຈາຮອບຕ່າງໆລະຫວ່າງ ລັດເຊຍ ແລະ ຢູແກຼນ ໂອກາດບັນລຸໄດ້ຄວາມຄືບໜ້າແມ່ນໜ້ອຍທີ່ສຸດໃນບັນຫາສຳຄັນ. ເຖິງຢ່າງໃດກໍຕາມ, ສອງຝ່າຍກໍ່ພວມຫຍັບເຂົ້າໃກ້ກັບຄວາມເຫັນດີເຫັນພ້ອມໃຫ້ບາງບັນຫາ. ກໍຕາມທ່ານແລ້ວ, ສອງຝ່າຍຈະສືບຕໍ່ເຈລະຈາໃນວັນທີ 26 ມີນາ.

        ປັດຈຸບັນ, ລັດເຊຍ ແລະ ຢູແກຼນ ພວມມຸ່ງໄປເຖິງການປຶກສາຫາລືຕາມຮູບການທາງໄກ ເຊິ່ງກ່ຽວຂ້ອງເຖິງລະບຽບການເປັນກາງຂອງ ຢູແກຼນ ພາຍຫຼັງການເຈລະຈາໂດຍກົງໄດ້ດຳເນີນມາຫຼາຍຄັ້ງຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ຢູແກຼນ. ໄລ່ມາຮອດປັດຈຸບັນ, ລັດເຊຍ ແລະ ຢູແກຼນ ຍັງບໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ຽວກັບບັນຫາລະອຽດໃດໜຶ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ