ລັດເຊຍ ເນລະເທດນັກການທູດຝ່າຍຕາເວັນຕົກຫລາຍຄົນອອກຈາກປະເທດນີ້

(VOVWORLD) - ໃນການຜັນແປຫຼ້າສຸດທີ່ກ່ຽວຂ້ອງເຖິງຄວາມເຄັ່ງຕຶງດ້ານການທູດລະຫວ່າງ ລັດເຊຍ ແລະ ບັນດາປະເທດຝ່າຍຕາເວັນຕົກ, ວັນທີ 30 ມີນາ, ມົດສະກູ ໄດ້ຖະແຫຼງເນລະເທດນັກການທູດ ໂຮນລັງ 2 ຄົນ ແລະ ນັກການທູດ ອີຕາລີ 2 ຄົນ.

ກະຊວງການຕ່າງປະເທດ ອີຕາລີ ກໍ່ໃຫ້ຮູ້ວ່າ: ລັດເຊຍ ໄດ້ຮຽກຮ້ອງນັກການທູດປະເທດນີ້ 2 ຄົນອອກຈາກ ລັດເຊຍ ໃນເວລາ 1 ອາທິດ. ນອກນັ້ນ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ໄດ້ຮຽກຮ້ອງໃຫ້ ອັງກິດ ຕ້ອງຫລຸດຈຳນວນຄະນະປະຕິບັດງານການຕ່າງປະເທດປະຈຳ ລັດເຊຍ ລົງໃຫ້ທຽບເທົ່າກັບຄະນະປະຕິບັດງານຂອງ ລັດເຊຍ ປະຈຳ ອັງກິດ ໃນຮອບເວລາ 1 ເດືອນ.

        ຕາມສຳນັກຂ່າວສານ Reuters ໃຫ້ຮູ້ວ່າ: ເອກອັກຄະລັດຖະທູດຂອງບັນດາປະເທດຝ່າຍຕາເວັນຕົກ, ໃນນັ້ນມີ ອັງກິດ, ເຢຍລະມັນ, ຝະຣັ່ງ, ອີຕາລີ, ໂປໂລຍ, ໂຮນລັງ, ກຣົວຊີ, ແບນຊິກ, ຢູແກຼນ, ຊູແອັດ, ອົດສະຕາລີ, ການາດາ ແລະ ສ.ເຊັກໂກ ໄດ້ປະກົດຕົວຢູ່ສຳນັກງານກະຊວງການຕ່າງປະເທດ ລັດເຊຍ ເປັນລຳດັບ ເພື່ອຮັບຈົດໝາຍຂັດຄ້ານກໍ່ຄືແຈ້ງການກ່ຽວກັບບັນດາມາດຕະການໂຕ້ຕອບດ້ານການທູດຂອງ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ