ລັດ​ເຊຍ ເພີ່ມ​ທະ​ວີ​ການ​ຊຳ​ລະ​ທີ່​ໃຊ້​ສະ​ກຸນ​ເງິນຕາ​ໃນ​ປະ​ເທດ ສຳ​ລັບ BRICS

(VOVWORLD) -  ອັດຕາຊຳລະນຳໃຊ້ສະກຸນເງິນພາຍໃນປະເທດຂອງປະເທດນີ້ ກັບບັນດາປະເທດໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ - BRICS (ລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້) ໄດ້ເພີ່ມຂຶ້ນເຖິງ 85%.
ລັດ​ເຊຍ ເພີ່ມ​ທະ​ວີ​ການ​ຊຳ​ລະ​ທີ່​ໃຊ້​ສະ​ກຸນ​ເງິນຕາ​ໃນ​ປະ​ເທດ ສຳ​ລັບ BRICS - ảnh 1ສະກຸນເງິນ ຣູບຂອງ ລັດເຊຍ (ພາບ: AFP/TTXVN)

ວັນທີ 30 ມັງກອນ, ທ່ານ Elvira Nabiullia ຜູ້ອຳນວຍການທະນາຄານສູນກາງ ລັດເຊຍ ໃຫ້ຮູ້ວ່າ, ປັດຈຸບັນ, ອັດຕາຊຳລະນຳໃຊ້ສະກຸນເງິນພາຍໃນປະເທດຂອງປະເທດນີ້ ກັບບັນດາປະເທດໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ - BRICS (ລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້) ໄດ້ເພີ່ມຂຶ້ນເຖິງ 85%. ທ່ານນາງ Elvira Nabiullina ກໍຊີ້ແຈ້ງວ່າ ອັດຕາສ່ວນຂອງບັນດາປະເທດໃນກຸ່ມ Brics ໃນດຸ່ນການຄ້າຂອງ ລັດເຊຍ ກໍເພີ່ມຂຶ້ນເຖິງ 40%, ເຊິ່ງໃນປີ 2022 ແມ່ນ 30%.

        ຕາມທ່ານນາງ Elvira Nabiullina ແລ້ວ, ໃນປີນີ້, ດ້ວຍບົດບາດເປັນປະທານໝູນວຽນຂອງ BRICS, ລັດເຊຍ ຈະຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດລະບົບຊຳລະດ້ວຍສະກຸນເງິນຕາໃນປະເທດຂອງກຸ່ມນີ້. ພ້ອມດຽວກັນນັ້ນ, ກຸ່ມ BRICS ກໍຈະປຶກສາຫາລືການພັດທະນາເຕັກໂນໂລຢີການເງິນ, ບັນຫາຄວາມໝັ້ນຄົງດີຈີຕອນໃນຂົງເຂດການເງິນ, ໜ້າທີ່ພັດທະນາແບບຍືນຍົງ ແລະ ການປັບຕົວຂອງພື້ນຖານເສດຖະກິດຕໍ່ການປ່ຽນແປງຂອງດິນຟ້າອາກາດ.

 


ຕອບກັບ

ຂ່າວ/ບົດ​ອື່ນ