ລັດ​ເຊຍ ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ

ລັດ​ເຊຍ ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ - ảnh 1
( ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov )
​( VOV World ) ​ຄຳຖະ​ແຫຼ​ງຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ​ເມື່ອ​​ວັນ​ທີ 29 ມັງກອນ​​ໃນ​ການ​ຢ້ຽມຢາມ​ລາ​ຊະ​ອານາຈັກ Brunei ຢືນຢັນ​ວ່າ, ໜື່ງ​ໃນຖືບັນດາ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜື່ງ​ຂອງ ລັດ​ເຊຍ ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ກັບບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ. ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ​ແລ້ວ ວົງ​ເງິນ​ການຄ້າ​ລະຫວ່າງ ລັດ​ເຊຍ ​ແລະ 10 ປະ​ເທດ​ອາ​ຊຽນ ນັບ​ມື້​ນັບ​​ໄດ້ຮັບ​ການ​ເພີ່ມ​ທະວີ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ ບັນລຸ​ໄດ້​ລະດັບ 15 ຕື້ USD/ ປີ. ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ມີກ່ຽວຂ້ອງ​ຂອງ ລັດ​ເຊຍ ​ໄດ້​ສ້າງ​ແຜນການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ບັນດາ​ປະ​ເທດ ​ອາ​ຊຽນ ສຳ​​ເລັດແລ້ວ, ກອນ​ອື່ນ​ໝົດ​​ແມ່ນ​ໃນບັນດາ​ຂົງ​ເຂດ​ພະລັງງານ, ຄົ​ມມະ​ນາ​ຄົມ​ຂົງສົ່ງ, ​ໂທລະ​ຄົມ, ອາ​ວະ​ກາດ, ອຸດສາຫະກຳ ​ແລະ ກະສິກຳ .
ຂ່າວ/ບົດ​ອື່ນ